ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຢ້ຽມ​ຢາມ ຟີ​ລິບ​ປິນ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ

(VOVWORLD) - ຄາດວ່າ, ໃນການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດສອງປະເທດ ຈະປຶກສາຫລືກ່ຽວກັບໝາກຜົນຂອງກົນໄກເປັນເສນາທິການກະຊວງການຕ່າງປະເທດ ຟີລິບປິນ - ຈີນ ແລະ ກົນໄກເປັນເສນາທິການສອງຝ່າຍກ່ຽວກັບທະເລຕາເວັນອອກ ຖືກຈັດຂຶ້ນຢູ່ Manila ໃນເດືອນ ມີນາ ຜ່ານມາ.
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຢ້ຽມ​ຢາມ ຟີ​ລິບ​ປິນ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຈີນ ສີນກາງ (ພາບ: AFP)

ຕາມແຈ້ງການໃນວັນທີ 18 ເມສາ ຂອງກະຊວງການຕ່າງປະເທດ ຟີລິບປິນ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ສີນກາງ ຈະໄປຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການແຕ່ວັນທີ 21 – 23 ເມສາ ຈະມາເຖິງ. ຄາດວ່າ, ໃນການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດສອງປະເທດ ຈະປຶກສາຫລືກ່ຽວກັບໝາກຜົນຂອງກົນໄກເປັນເສນາທິການກະຊວງການຕ່າງປະເທດ ຟີລິບປິນ - ຈີນ ແລະ ກົນໄກເປັນເສນາທິການສອງຝ່າຍກ່ຽວກັບທະເລຕາເວັນອອກ ຖືກຈັດຂຶ້ນຢູ່ Manila ໃນເດືອນ ມີນາ ຜ່ານມາ.

       ການພົບປະໂດຍກົງຄັ້ງທຳອິດລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດ ກໍຈະເພື່ອແນໃສ່ປຶກສາຫາລືກ່ຽວກັບການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະລະຫວ່າງການນຳສອງປະເທດ; ສຸມໃສ່ບັນດາມາດຕະການເພີ່ມທະວີ, ປັບປຸງການຮ່ວມມືໃນບັນດາຂົງເຂດ, ຄື: ກະສິກຳ, ການຄ້າ, ພະລັງງານ, ພື້ນຖານໂຄງລ່າງ, ການພົວພັນແລກປ່ຽນປະຊາຊົນ ແລະ ບັນດາຂົງເຂດອື່ນ. ສອງຝ່າຍກໍຈະປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງຂອງພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມທັງທະເລຕາເວັນອອກ.

        ການຢ້ຽມຢາມດັ່ງກ່າວຖືກດຳເນີນໃນສະພາບການ ຫວ່າງມໍ່ໆມານີ້ ຈີນ ຕຳໜິຕິຕຽນຂໍ້ຕົກລົງຂອງ ຟີລິບປິນ ທີ່ອະນຸຍາດໃຫ້ ອາເມລິກາ ເປີດກວ້າງການສຳຜັດກັບຖານທີ່ໝັ້ນການທະຫານ, ໂດຍຖືວ່າ ຂໍ້ຕົກລົງດັ່ງກ່າວ ໄດ້ເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ