ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຫວາງ​ອີ່ ກະ​ກຽມ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ບາງ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້ ແລະ ສ.ເກົາຫຼີ.

(VOVWORLD) -    ໃນລະຫວ່າງວັນທີ 10 – 15 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່ ຈະເລີ່ມດຳເນີນການຢ້ຽມຢາມບາງປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງລວມມີ ຫວຽດນາມ, ກຳປູເຈຍ, ສິງກະໂປ ພ້ອມດ້ວຍ ສ.ເກົາຫຼີ. ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ  ຈີນ ກັບບັນດາປະເທດ ຄູ່ຮ່ວມມືໃນຫຼາຍດ້ານ.
 ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຫວາງ​ອີ່ ກະ​ກຽມ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ບາງ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້ ແລະ ສ.ເກົາຫຼີ. - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່ (ພາບ: TTXVN)

ໃນການເດີນທາງຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ່ ຈະຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 10 – 12 ກັນຍາ ແລະ ຈະພ້ອມກັບທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 13 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ. ຖັດຈາກນັ້ນ, ທ່ານ ຫວາງອີ່ ຈະເດີນທາງໄປຢ້ຽມຢາມ ກຳປູເຈຍ ແລະ ສິງກະໂປ ດ້ວຍເນື້ອໃນຈຸດສຸມແມ່ນປຶກສາຫາລືກ່ຽວກັບການຮ່ວມມືເສດຖະກິດ.

        ແລະ ສຸດທ້າຍ, ທ່ານຫວາງອີ່ ຈະເດີນທາງໄປຢ້ຽມຢາມ ສ.ເກົາຫຼີ. ເຊິ່ງຄາດວ່າ, ທ່ານຈະມີການປຶກສາຫາລືກັບຄູ່ຕຳແໜ່ງ ສ.ເກົາຫຼີ Chung Eui – yong ແລະ ພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in, ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ສະພາບການຢູ່ແຫຼມເກົາຫຼີ, ບັນດາບັນຫາໃນພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ນີ້ກໍແມ່ນຂໍ້ມູນຂ່າວ ເຊິ່ງທ່າ ຫວາງວິນບິນ ໂຄສົກກະຊວງການຕ່າງປະເທດ ຈີນ ແຈ້ງໃຫ້ຊາບໃນວັນທີ 07 ກັນຍາ.

ຕ໊ວນດາດ - ນັກຂ່າວ VOV ປະຈຳ ປັກກິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ