ທ່ານ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ກັບ​ການ​ນຳ ສ​ປ​ຊ ແລະ ບັນ​ດາ​ປະ​ເທດ ຢູ່​ເຊີ​ແນວ

(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງ ສະພາສິດທິມະນຸດ ສປຊ ຊຸດທີ 55, ວັນທີ 26 ກຸມພາ, ຢູ່ເຊີແນວ, ປະເທດ ສະວິດ,  ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີການພົບປະກັບການນຳ ສປຊ ແລະ ຫົວໜ້າຄະນະປະເທດຕ່າງໆ.
ທ່ານ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ກັບ​ການ​ນຳ ສ​ປ​ຊ ແລະ ບັນ​ດາ​ປະ​ເທດ ຢູ່​ເຊີ​ແນວ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະກັບ ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ທີ່ການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres,  ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ບົດບາດເປັນໃຈກາງຂອງ ສປຊ ໃນລະບົບຄຸ້ມຄອງທົ່ວໂລກ ແລະ ແກ້ໄຂບັນດາສິ່ງທ້າທາຍລວມ, ທ່ານສະເໜີໃຫ້ ສປຊ ສືບຕໍ່ສະໜັບສະໜູນ ແລະ ຮ່ວມເດີນທາງກັບ ຫວຽດນາມ ເພື່ອພັດທະນາປະເທດຊາດ, ກໍ່ຄືສະໜັບສະໜູນ ບັນດາຄວາມມານະພະຍາຍາມໃນການສ້າງປະຊາຄົມ ອາຊຽນ ແຫ່ງສັນຕິພາບ, ມີສະຖຽນລະພາບ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ທີ່ການພົບປະກັບທ່ານປະທານສະມັດຊາໃຫຍ່ ສປຊ Dennis Francis,  , ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢັ້ງຢືນວ່າ ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານ Dennis Francis, ສປຊ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງ ເພື່ອຍົກສູງກົດໝາຍສາກົນ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາລະຫວ່າງບັນດາປະເທດ, ກໍ່ຄືສະໜັບສະໜູນຄວາມມານະພະຍາຍາມຂອງບັນດປະເທດ.

ໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ກໍ່ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກາຊັກສະຖານ Murat Abugaliuly Nurtleu, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi, ທ່ານລັດຖະມົນຕີການ ກະຊວງຍຸຕິທຳ ໂມຣົກໂກ   Abdellatif Ouahbi.

ຕອບກັບ

ຂ່າວ/ບົດ​ອື່ນ