ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງບ​ປະ​ເທດ ເມັກ​ຊີ​ໂກ ແລະ ອີ​ຣານ

(VOVWORLD) -  ວັນທີ 22 ກັນຍາ, ເນື່ອງໃນໂອກາດເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ຂອງ ສະມັດຊາໃຫຍ່ ສປຊາ ຢູ່ນິວຢອກ, ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ເມັກຊີໂກ ແລະ ອີຣານ. 
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງບ​ປະ​ເທດ ເມັກ​ຊີ​ໂກ ແລະ ອີ​ຣານ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານນາງລັດຖະມົນຕີ ເມກຊີໂກ Alicia Barcena (ພາບ:  VOV)

 ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ລ້ວນແຕ່ຢັ້ງຢືນ ຫຼັກໝັ້ນລວມຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.

        ໃນການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກັບຄູ່ຕຳແໜ່ງ ອີຣານ Hossein Amir Abdollahian, ສອງຝ່າຍໄດ້ເຫັນດີຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 2 ຕື້ USD. ທ່ານລັດຖະມົນຕີ Hossein Amir Abdollahian ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເຕເຣຣານ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາວ່າ ສອງປະເທດ ຈະສືບຕໍ່ເພີ່ມທະວີການສົມທົບ ແລະ ສະໜັບສະໜູນກັນໃນເວທີປາໄສຫຼາຍຝ່າຍ.

        ທີ່ການພົບປະກັບຄູ່ຕຳແໜ່ງ ເມັກຊີໂກ, ທ່ານນາງລັດຖະມົນຕີ Alicia Barcena ຢັ້ງຢືນວ່າ ເມັກຊີໂກ ຖືການພົວພັນຮ່ວມມືມິດຕະພາບກັບ ຫວຽດນາມ ເປັນສຳຄັນພິເສດ ແລະ ຖືວ່າ ສອງຝ່າຍຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນບັນດາກົນໄກສາກົນ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ