ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫຼາຍ​ປະ​ເທດ

(VOVWORLD) - ວັນທີ 1 ແລະ 2 ກຸມພາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 24 ແລະ ເວທີປາໄສລັດຖະມົນຕີມະຫາສະໝຸດອິນເດຍ-ປາຊີຟິກ ຄັ້ງທີ 3 ຢູ່ ບຣຸກແຊນ ປະເທດແບນຊິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີຫຼາຍປະເທດ.
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫຼາຍ​ປະ​ເທດ - ảnh 1

ທ່່ານລັດຖະມົນຕີ ບຸ່ຍແທັງເຊີນ (ພາບ: TTXVN)

    ໃນການພົບປະກັບທ່ານ Xavier Bettel ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ລຸກຊຳບວກ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສົມທົບກັນຊຸກຍູ້ບັນດາປະເທດສະມາຊິກ ອີຢູ ທີ່ຍັງເຫຼືອ ໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ ແລະ ຍົກເລິກບັດເຫຼືອງ IUU ຂອງຄະນະກຳມະການ ເອີລົບ (EC)  ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ.

    ທີ່ການພົບປະກັບທ່ານ Tim Watts ລັດຖະມົນຕີການຕ່າງປະເທດ ອົດສະຕາລີ, ສອງຝ່າຍເຫັນດີເປັນເອກະພາບ ຈະຊຸກຍູ້ ຍົກລະດັບການພົວພັນສອງຝ່າຍ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອ, ພ້ອມທັງເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ທີ່ສອງຝ່າຍຕ່າງກໍ່ມີຄວາມສົນໃຈ.

   ໃນວັນດຽວກັນ, ທ່່ານລັດຖະມົນຕີ ບຸ່ຍແທັງເຊີນ ຍັງໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຊິບ, ລັດຖະມົນຕີການຕ່າງປະເທດ ບັງກລາເທດ, ທ່ານເລຂານຸການໃຫ່ຍ ສະຫະສະມາຄົມບັນດາປະເທດແລວມະຫາສະໝຸດອິນເດຍ (IORA)  ເພື່ອແລກປ່ຽນບັນດາບັນຫາລະອຽດ ຊຸກຍູ້ການພົວພັນສອງຝ່າຍ ກໍ່ຄືສົມທົບກັນໃນບັນດາກົນໄກພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ