ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ

(VOVWORLD) - ມີຜູ້ແທນປະມານ 500 ຄົນເຊິ່ງແມ່ນນັກຊ່ຽວຊານ, ນັກຮຽນຮູ້, ປະຊາຄົມວິສາຫະກິດ ແລະ ອົງການສື່ມວນຊົນຈຳນວນໜຶ່ງ ຢູ່ອາເມລິກາ ເຂົ້າຮ່ວມໂດຍເຊິງໜ້າ ສົມທົບກັບທາງໄກ.
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ - ảnh 1 ຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ ແລະ ເປັນປະທານຮ່ວມການໂອ້ລົມສົນທະນາລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອາເມລິກາ ຄັ້ງທີ 1, ວັນທີ 26 ມີນາ, ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ການໂອ້ລົມສົນທະນາການພົວພັນ ຫວຽດນາມ - ອາເມລິກາ, ຢູ່ ສະຖາບັນ Brookings.

        ມີຜູ້ແທນປະມານ 500 ຄົນເຊິ່ງແມ່ນນັກຊ່ຽວຊານ, ນັກຮຽນຮູ້, ປະຊາຄົມວິສາຫະກິດ ແລະ ອົງການສື່ມວນຊົນຈຳນວນໜຶ່ງ ຢູ່ອາເມລິກາ ເຂົ້າຮ່ວມໂດຍເຊິງໜ້າ ສົມທົບກັບທາງໄກ.

        ໃນບົດກ່າວປາໄສ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ໃນສະພາບແວດລ້ອມສາກົນມີສິ່ງທ້າທາຍຫຼາຍຢ່າງຄືໃນປະຈຸບັນ, ຫວຽດນາມ ສະເໝີຕົ້ນສະເໝີປາຍປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ. ກ່ຽວກັບການພົວພັນກັບ ອາເມລິກາ, ທ່ານຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ອາເມລິກາ. ໃນໄລຍະຈະມາເຖິງ, ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ທ່ານຖືວ່າ, 2 ປະເທດຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ໂດຍສະເພາະແມ່ນເຄົາລົບລະບອບການເມືອງຂອງກັນ; ສືບຕໍ່ຖືການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ແມ່ນຈຸດສຸມ; ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລວມທັງລະບົບນິເວດເຄິ່ງຊັກນຳໄຟຟ້າ.

ຕອບກັບ

ຂ່າວ/ບົດ​ອື່ນ