ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມບັນດາກອງປະຊຸມລະຫວ່າງ ອາຊຽນ ກັບ ຄູ່ຮ່ວມມື

(VOVWORLD) - ບັນດາຄູ່ຮ່ວມມືຢັ້ງຢືນເລື່ອງຖື ອາຊຽນ ເປັນສຳຄັນ, ສະໜັບສະໜູນ ອາຊຽນ ສາມັກຄີ, ເປັນເອກະພາບ ແລະ ຮັກສາບົດບາດໃຈກາງ, ຄຳໝັ້ນສັນຍາໜູນຊ່ວຍ ອາຊຽນ ສ້າງປະຊາຄົມ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມບັນດາກອງປະຊຸມລະຫວ່າງ ອາຊຽນ ກັບ ຄູ່ຮ່ວມມື - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ທີ່ກອງປະຊຸມ
(ພາບ: TTXVN)

        ຕອນບ່າຍວັນທີ 13 ກໍລະກົດ, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM-56), ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ສືບຕໍ່ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດຄູ່ຮ່ວມມື ເຂົ້າຮ່ວມກອງປະຊຸມ ອາຊຽນ + 1 (ຂອບເຂດການຮ່ວມມື 2 ຝ່າຍຂອງ ອາຊຽນ ກັບແຕ່ລະຄູ່ຮ່ວມມືພາຍນອກ) ແລະ ກອງປະຊຸມ ອາຊຽນ + 3 (ອາຊຽນ ກັບ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ), ຈຸດສຸມແມ່ນຕີລາຄາການຮ່ວມມື ແລະ ກຳນົດທິດໃນໄລຍະຈະມາເຖິງ.

        ທີ່ບັນດາກອງປະຊຸມ, ບັນດາຄູ່ຮ່ວມມືຢັ້ງຢືນເລື່ອງຖື ອາຊຽນ ເປັນສຳຄັນ, ສະໜັບສະໜູນ ອາຊຽນ ສາມັກຄີ, ເປັນເອກະພາບ ແລະ ຮັກສາບົດບາດໃຈກາງ, ຄຳໝັ້ນສັນຍາໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ພ້ອມກັນສ້າງໂຄງສ້າງພາກພື້ນເປີດກວ້າງ, ກວມລວມ, ກະຈ່າງແຈ້ງ ແລະ ການເຄື່ອນໄຫວໂດຍອີງໃສ່ກົດໝາຍສາກົນ.

        ທີ່ກອງປະຊຸມ ອາຊຽນ + 3, ບັນດາລັດຖະມົນຕີໄດ້ເນັ້ນໜັກເຖິງເລື່ອງຕ້ອງຮັກສາ ແລະ ເສີມຂະຫຍາຍທ່າແຮງທີ່ເຄີຍມີມາຂອງ ອາຊຽນ + 3 ຄື: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການເງິນ, ການປ້ອງກັນ ແລະ ຮັບມືກັບພະຍາດ. ບັນດາລັດຖະມົນຕີໄດ້ເຫັນດີເພີ່ມທະວີບັນດາກົນໄກຮັກສາເສດຖະກິດໃຫ້ເປັນປົກກະຕິ, ການເງິນທີ່ພວມມີຢູ່ແລ້ວ, ຊຸກຍູ້ການແລກປ່ຽນການຄ້າ, ການລົງທຶນ, ຍູ້ແຮງການຮ່ວມມື ຄ້ຳປະກັນດ້ານສະບຽງອາຫານ, ກະສິກຳແບບຍືນຍົງ, ຜັນຂະຫຍາຍຄັງເຂົ້າສຸກເສີນໂດຍດ່ວນ ອາຊຽນ + 3 ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ