ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານສະມາຊິກສະພາສູງ ອາເມລິກາ Jeff Merkley

(VOVWORLD) - ທ່ານລັດຖະມົນຕີ ບຸຍແທັງເຊີນ ສະແດງຄວາມປາດຖະໜາວ່າ, ສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນຮັກສາການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານສະມາຊິກສະພາສູງ ອາເມລິກາ Jeff Merkley - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານສະມາຊິກສະພາສູງ Jeff Merkley
(ພາບ: TTXVN)

ວັນທີ 04 ມິຖຸນາ, ຈາກ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານສະມາຊິກສະພາສູງ Jeff Merkley, ປະທານອະນຸກຳມະການພາຍໃນ, ສິ່ງແວດລ້ອມ ແລະ ບັນດາອົງການກ່ຽວຂ້ອງຂຶ້ນກັບກຳມາທິການຈັດສັນງົບປະມານສະພາສູງ ອາເມລິກາ.

ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະແດງຄວາມປາດຖະໜາວ່າ, ສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນຮັກສາການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ ຕາມທິດມີສະຖຽນລະພາບ; ພ້ອມທັງສືບຕໍ່ເອົາໃຈໃສ່ສະຫງວນແຫຼ່ງກຳລັງໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ… ສ່ວນທ່ານສະມາຊິກສະພາສູງ Jeff Merkley ໄດ້ແບ່ງປັນບັນດາຄຳເຫັນຂອງລັດຖະມົນຕີຈຳນວນໜຶ່ງ ແລະ ໃຫ້ຮູ້ວ່າ, ທ່ານເອງຈະສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກໍຄືບັນດາຂົງເຂດຮ່ວມມືເຊິ່ງ 2 ຝ່າຍຕ່າງມີຄວາມສົນໃຈ. ທ່ານໄດ້ຢືນຢັນການສະໜັບສະໜູນຢ່າງແຮງຂອງສະພາແຫ່ງຊາດ ອາເມລິກາ ສຳລັບການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ, ມີຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນ ຫວຽດນາມ ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ