ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ເດຍ ແລະ ອົດ​ສະ​ຕາ​ລີ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ ແລະ ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຫັນດີເປັນເອກະພາບຈະສົມທົບກັນຈັດບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງລອບຄອບຖີ່ຖ້ວນ.
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ເດຍ ແລະ ອົດ​ສະ​ຕາ​ລີ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar ແລະ ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ (ພາບ: ກະຊວງການຕ່າງປະເທດ)

ຕອນບ່າຍວັນທີ 12 ກໍລະກົດ, ຢູ່ຈາກາຕາ, ອິນໂດເນເຊຍ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM - 56) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar ແລະ ທ່ານນາງ ລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong.

ທີ່ການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ ແລະ ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຈະສົມທົບກັນຈັດບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງລອບຄອບຖີ່ຖ້ວນ ແລະ ຈະຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ໃຫ້ມີປະສິດທິຜົນຄື: ຄະນະກຳມະການປະສົມ ຫວຽດນາມ - ອິນເດຍ. ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າໃຫ້ຫຼາຍກ່ວາອີກ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຈະສົມທົບກັບບັນດາປະເທດ ອາຊຽນ ສຳຫຼວດກວດຄືນ ສັນຍາການຄ້າສິນຄ້າ ອາຊຽນ (AITIGA). ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີສອງປະເທດພ້ອມກັນພິຈາລະນາ ສົ່ງເສີມການເຈລະຈາສັນຍາເສດຖະກິດ - ການຄ້າສອງຝ່າຍ, ສະເໜີໃຫ້ອິນເດຍ ສົ່ງເສີມບັນດາກຸ່ມບໍລິສັດໃຫຍ່ ເພີ່ມທະວີການລົງທຶນ, ເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ.

ທີ່ການພົບປະກັບທ່ານບຸຍແທັງເຊີນ, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ໄດ້ຢັ້ງຢືນຄືນໃໝ່ວ່າ ອົດສະຕາລີ ໄດ້ສະໜັບສະໜູນຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ເພື່ອ ສະຖຽນລະພາບຂອງພາກພື້ນ ແລະ ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນກ່ຽວກັບທະເລຕາເວັນອອກ. ທ່ານບຸຍແທັງເຊີນ ໄດ້ເຊື້ອເຊີນ ທ່ານນາງ Penny Wong  ໄປຢ້ຽມຢາມຫວຽດນາມຄືນໃໝ່ ໃນໄລຍະໄວໆນີ້ ແລະ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ອົດສະຕາລີ ຄັ້ງທີ 5.

ຕອບກັບ

ຂ່າວ/ບົດ​ອື່ນ