ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ​ວ່າ ຍອມ​ຮັບ ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ ກັບ ສ​ປ​ປ.ເກົາຫຼີ​​ແມ່ນ​ດຳ​ເນີນ​ຊັກ​ຊ້າເກີນ​ໄປ

(VOVWORLD) -ວັນທີ 1 ພະຈິກ, ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຍອມຮັບວ່າ ບັນດາການເຈລະຈາດ້ານນິວເຄຼຍກັບ ສປປ.ເກົາຫຼີ ໄດ້ດຳເນີນຊັກຊ້າເກີດໄປ. 
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ​ວ່າ ຍອມ​ຮັບ ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ ກັບ ສ​ປ​ປ.ເກົາຫຼີ​​ແມ່ນ​ດຳ​ເນີນ​ຊັກ​ຊ້າເກີນ​ໄປ - ảnh 1ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: AFP/TTXVN) 

ກ່າວຄຳເຫັນອອກອາກາດທາງວິທະຍຸກະຈາຍສຽງ KQAM ຂອງ ລັດ Kansas, ທ່ານ Pompeo ຫວັງວ່າ ອາດຈະສືບຕໍ່ຊຸກຍູ້ວິວັດການດັ່ງກ່າວເພື່ອບັນລຸໄດ້ໝາກຜົນດີກ່ວານີ້ ໃນຊຸມເດືອນຈະມາເຖິງ. ທ່ານໃຫ້ຮູ້ຕື່ມອີກວ່າ ວໍຊິງຕັນ ຍັງເຮັດວຽກຢ່າງຕັ້ງໜ້າເພື່ອປະຕິບັດບັນດາມາດຕາທີ່ໄດ້ຮັບການເຫັນດີເປັນເອກະພາບຈາກສອງຝ່າຍຢູ່ກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 1 ຢູ່ ສິງກະໂປ ເມື່ອເດືອນ ມິຖຸນາ ປີ 2018 ເພື່ອ ພະຍາຍາມສ້າງສປປ.ເກົາຫຼີ ໃຫ້ປອດນິວເຄຼຍ.

ຄຳຖະແຫຼງດັ່ງກ່າວໄດ້ຍົກອອກມາໃນສະພາບການ ພຽງຢາງໄດ້ຍິງວັດຖຸບິນໄລຍະສັ້ນ 2 ຢ່າງໃນວັນທີ 31 ຕຸລາ. ທ່ານ Pompeo ຖືວ່າ ບັນດາວັດຖຸທີ່ ສປປ.ເກົາຫຼີຍິງທົດລອງໃນວັນທີ 31 ຕຸລາ ນັ້ນແມ່ນປະເພດດຽວກັນກັບ ບັນດາລູກສອນໄຟທີ່ປະເທດນີ້ໄດ້ຍິງກ່ອນໜ້ານັ້ນ, ພ້ອມທັງຮຽກຮ້ອງໃຫ້ເພີ່ມທະວີຄວາມມານະພະຍາຍາມໃຫ້ແກ່ການເຈລະຈາດ້ານນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ