ທ່ານສາດສະດາຈານ Carl Thayer: ພັກກອມມູນິດ ຫວຽດນາມ ຢືນຢັນນ້ຳໃຈສາມັກຄີ

(VOVWORLD) - ເລື່ອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ເຫັນດີເລືອກຕັ້ງທ່ານປະທານປະເທດ ໂຕເລິມ ດຳລົງຕຳແໜ່ງເລຂາທິການໃຫຍ່ ເປັນການຢັ້ງຢືນຄວາມສາມັກຄີພາຍໃນພັກ.
ທ່ານສາດສະດາຈານ Carl Thayer: ພັກກອມມູນິດ ຫວຽດນາມ ຢືນຢັນນ້ຳໃຈສາມັກຄີ - ảnh 1ທ່ານສາດສະດາຈານ Carl Thayer
(ພາບເອກະສານ: TTXVN)

        ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ Sydney ໃນວັນທີ 05 ສິງຫາ, ທ່ານສາດສະດາຈານ Carl Thayer, ວິທະຍາຄານປ້ອງກັນຊາດ ອົດສະຕາລີ, ມະຫາວິທະຍາໄລ New South Wales, ຖືວ່າ, ເລື່ອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ເຫັນດີເລືອກຕັ້ງທ່ານປະທານປະເທດ ໂຕເລິມ ດຳລົງຕຳແໜ່ງເລຂາທິການໃຫຍ່ ເປັນການຢັ້ງຢືນຄວາມສາມັກຄີພາຍໃນພັກ. ຕາມທ່ານແລ້ວ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຈະສືບຕໍ່ມໍລະດົກຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ປະໄວ້ໃຫ້ ແລະ ເດັດດ່ຽວ, ຢືດໝັ້ນໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້, ພ້ອມທັງຍູ້ແຮງວຽກງານກໍ່ສ້າງພັກ. ທ່ານສາດສະດາຈານ Carl Thayer ຖືວ່າ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຫວຽດນາມ ຈະບັນລຸໄດ້ເປົ້າໝາຍກາຍເປັນປະເທດພວມພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ ແລະ ມີລາຍຮັບສະເລ່ຍປານກາງສູງໃນປີ 2030. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຊີ້ແຈ້ງບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ໃນນັ້ນ, ຢືນຢັນຈະສືບຕໍ່ຊຸກຍູ້ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືຍຸດທະສາດ, ຮອບດ້ານ, ເພື່ອນມິດທີ່ເປັນມູນເຊື້ອ; ເພີ່ມທະວີການປະກອບສ່ວນໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ