ທ່ານຫງວຽນຊວນຟຸກ ກວດກາວຽກງານ ອະໄພຍະໂທດຢູ່ ແຂວງນິງບິງ

ທ່ານຫງວຽນຊວນຟຸກ ກວດກາວຽກງານ ອະໄພຍະໂທດຢູ່ ແຂວງນິງບິງ - ảnh 1

(ພາບປະກອບ:cand.com.vn)

(vovworld)-  ​ ຕອນ​​ເຊົ້າວັນ​ທີ 18/8, ທ່ານ​ຫງວຽນ​ຊວນ​ຟຸກ, ກຳມະການ​ກົ​ມການ​ເມືອງ, ຮອງ​ນາຍົກລັດຖະມົ​ນຕີ, ປະທານສະມາຄົມ​ທີ່​ປຶກສາ​ອະ​ໄພ​ຍະ​ໂທດ​ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ ​ໄດ້ໄປ​ກວດກາ​ວຽກ​ງານ​ອະ​ໄພ​ຍະ​ໂທດ​ຢູ່​ຄ້າຍ​ຄຸ້ມ​ຂັງ​ນິງ​ແຄງ ​ແຂວງ​ນິງບີ່​ງ. ກ່ຽວ​ກັບ​ວຽກ​ງານ​ອະ​ໄພ​ຍະ​ໂທດ​ປີ​ນີ້,​ ທ່ານຮອງ​ນາຍົກລັດຖະມົ​ນຕີຫງວຽນ​ຊວນ​ຟຸກ ຊີ້​ນຳ​ວ່າ: ວຽກ​ງານ​ອະ​ໄພ​ຍະ​ໂທດຕ້ອງ​ຮັບປະກັນ​ຖືກຕ້ອງ​ຕາມ​ບັນດາ​ຄາດໝາຍ, ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ການ​ອະ​ໄພ​ຍະ​ໂທດ​ຕາມ​ຂໍ້​ຕົກລົງ​ຂອງ​ທ່ານ​ປະທານ​ປະ​ເທດ. ພິ​ເສດ​ແມ່ນ​ຕ້ອງ​ປະຕິບັດ​ຢ່າງ​ເປີດ​ເຜີ​ຍ, ຈະ​ແຈ້ງ, ຮັບປະກັນ​ຄວາມ​ຍຸດຕິ​ທຳ, ປະຊາທິປະ​ໄຕ​ໃນ​ວິວັດ​ການ​ພິຈາລະນາ​ອະ​ໄພ​ຍະ​ໂທດ​ໃຫ້​ແກ່​ບັນດາ​ນັກ​ໂທດ.

  ພາຍຫຼັງ​ມີ​ຂໍ້​ຕົກລົງ​ຂອງ​ປະທານ​ປະ​ເທດ​ກ່ຽວ​ກັບວຽກ​ງານ​ອະ​ໄພ​ຍະ​ໂທດ​ປີ 2013, ຄ້າຍ​ຄຸ້ມ​ຂັງ​ນິງ​ແຄງ ​ແຂວງ​ນິງບີ່​ງ ​ໄດ້​ດຳ​ເນີນ​ການ​ເຜີຍ​ແຜ່​ຂໍ້​ຕົກລົງ ​ແລະ ຕິດ​ປະກາ​ດຢ່າງ​ເປີດ​ເຜີຍ. ຄ້າຍ​ຄຸ້ມ​ຂັງ​ນິງ​ແຄງ ​ແຂວງ​ນິງບີ່​ງ ​ໄດ້​ພິຈາລະນາ​ອະ​ໄພ​ຍະ​ໂທດ​ໃຫ້​ນັກ​ໂທດ 383 ຄົນ ​ແລະ ກະກຽມ​ບັນດາ​ເງື່ອນ​ໄຂ​ສະດວກເພື່ອ​ໃຫ້​ເຂົາ​ເຈົ້າກັບ​ຄືນ​ສູ່​ວົງ​ຄະນາ​ຍາດ​ຄືນ​ໃໝ່.

 

ຂ່າວ/ບົດ​ອື່ນ