ທ່ານຫງວຽນຊວນຟຸ໋ກຕ້ອນຮັບລັດຖະມົນຕີກະຊວງວິສາຫະກິດແລະປະດິດຄິດສ້າງລາຊະອານາຈັກອັງກິດ

ທ່ານຫງວຽນຊວນຟຸ໋ກຕ້ອນຮັບລັດຖະມົນຕີກະຊວງວິສາຫະກິດແລະປະດິດຄິດສ້າງລາຊະອານາຈັກອັງກິດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸ໋ກ
ຕ້ອນຮັບ ທ່ານ​ນາງ Neville Rolfe
(ພາບ: VGP/LeSon)

(vovworld) – ​ ກ່າວ​ຄຳ​ເຫັນ​ທີ່​ການຕ້ອນຮັບ ລັດຖະມົນຕີ​ຮັບຜິດຊອບກະຊວງ​ວິ​ສາ​ຫະກິດ, ປ່ຽນ​ໃໝ່ ​​ແລະ ​​ປະດິດຄິດ​ສ້າງ​ ລາຊະ​ອານາຈັກ​ ອັງກິດ ທ່ານ​ນາງ Neville Rolfe ໃນ​ຕອນ​ບ່າຍ​ວັນ​ທີ 23/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸ໋ກ ຢືນຢັນ​ວ່າ: ຫວຽດນາມ ຊົມ​ເຊີຍ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ຂອງ​ລາຊະ​ອານາຈັກ ອັງກິດ ​ເຄື່ອນ​​ໄຫວ​ຢ່າງມີ​ປະສິດທິ​ຜົນ ​ແລະ ຍາວ​ນານ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະທົນ​ຕີ ຫງວຽນຊວນ​ຟຸ໋ກ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ​ເລື່ອງ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ - ສະຫະພາບ ​ເອີ​ລົບ ​ໄດ້​ລົງ​ນາມ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ - ສະຫະພາບ ​ເອີ​ລົບ ​ເວົ້າ​ລວມ ​ແລະ ຫວຽດນາມ - ລາຊະ​ອານາ​ຈັກ ອັງກິດ ​ເວົ້າ​ສະ​ເພາະ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸ໋ກ ​ແລະ ທ່ານ​ນາງ Neville Rolfe, ລັດຖະມົນຕີ​ກະຊວງ​ວິ​ສາ​ຫະກິດ, ປ່ຽນ​ໃໝ່ ​ແລະ ​ປະດິດຄິດ​ສ້າງລາຊະອານາຈັກ ອັງກິດ ປາດ​ຖະໜາ​ຢາກ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິດຊັບ​ສິນ​ທາງ​ປັນຍາ, ຍົກ​ສູງ​ຄວາມ​ສາມາດ​ປົກ​ປ້ອງ ​ແລະ ປະຕິບັດ​ສິດ​ຊັບ​ສິນ​ທາງ​ປັນຍາ, ຜັນ​ຂະ​ຫຍາ​ຍຫລາຍ​ໂຄງການ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ, ສູນ​ຄົ້ນຄວ້າ​ຂອງ 2 ປະ​ເທດ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ນາງ Neville Rolfe ​ແລະ ການ​ນຳ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ສະພາ​ ອັງກິດ ​ແລະ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ກ່ຽວ​ກັບ​ໂຄງການ Newton ຫວຽດນາມ.

 

ຂ່າວ/ບົດ​ອື່ນ