ທ່ານຫງວຽນຊວນຟູ໋ກນາຍົກລັດຖະມົນຕີ: ສາທາລະນະລັດສະຫະພັນເຢຍລະມັນແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມຢູ່ເອີລົບ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ສາທາລະນະລັດສະຫະພັນ ເຢຍລະມັນ ຢ່າງເປັນທາງການ ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດ G20, ໃນວັນທີ 6/7, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ພົບປະເຈລະຈາກັບ ທ່ານ Frank-Walter Steinmeier ປະທານາທິບໍດີ ສາທາລະນະລັດສະຫະພັນ ເຢຍລະມັນ.

ທ່ານຫງວຽນຊວນຟູ໋ກນາຍົກລັດຖະມົນຕີ: ສາທາລະນະລັດສະຫະພັນເຢຍລະມັນແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມຢູ່ເອີລົບ - ảnh 1 ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ພົບປະເຈລະຈາກັບ

ທ່ານ Frank-Walter Steinmeier ປະທານາທິບໍດີ ເຢຍລະມັນ

(ພາບ: TTXVN)

ຢູ່ທີ່ນີ້, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢືນຢັນວ່າ: ແຜນນະໂຍບາຍສະເໜີຕົ້ນສະເໜີປາຍຂອງ ຫວຽດນາມ ຖື ເຢຍລະມັນ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສຳຄັນແຖວໜ້າ ຢູ່ເອີລົບ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລີກເຊິ່ງກວ່າອີກ. ທ່ານ Frank-Walter Steinmeier ປະທານາທິບໍດີ ເຢຍລະມັນ ກໍ່ຢືນຢັນວ່າ ເຢຍລະມັນ ຍາມໄດຖືເປັນສຳຄັນການປັບປຸງ, ພັດທະນາການພົວພັນມິດຕະພາບ ແລະ ຮ່ວມມືກັບ ຫວຽດນາມ, ເຊິ່ງແມ່ນຄູ່ຮ່ວມມືມີທີ່ຕັ້ງບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ອາຊີ - ປາຊີຟີກ.

        ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ປາດຖະໜາວ່າ: ຝ່າຍເຢຍລະມັນສົ່ງເສີມບັນດາກຸ່ມບໍລີສັດແຖວໜ້າ ກໍ່ຄືບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເພີ່ມທະວີລົງທຶນເຂົ້າ ຫວຽດນາມ. ການນຳສອງທ່ານເຫັນດີເປັນເອກະສັນສືບຕໍ່ມານະພະຍາຍາມນຳມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ກາຍເປັນຮາກຖານກໍ່ສ້າງ ແລະ ຄົ້ນຄ້ວາແຖວໜ້າຢູ່ ຫວຽດນາມ ແລະ ພາກພື້ນໂດຍໄວ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ຫວຽດນາມໃນສັງກາດປະຕິວັດອຸດສາຫະກຳ 4.0. ໃນການຮ່ວມມືວິທະຍາສາດເຕັກນິກ, ສອງຝ່າຍເຫັນດີເປັນເອກະສັນຍູ້ແຮງການຮ່ວມມື, ຖ່າຍທອດເຕັກໂນໂລຢີໃນບັນດາຂົງເຂດເຊິ່ງແມ່ນທ່າໄດ້ປຽກຂອງ ເຢຍລະມັນ ຄື: ໄຟຟ້າແຮ່ງລົມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສຶ່ສານ, ກົນຈັກປະດິດສ້າງ…

        ການນຳສອງທ່ານກໍ່ປຶກສາຫາລືບາງບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສຳລັບບັນຫາທະເລຕາເວນອອກ, ທ່ານ Frank-Walter Steinmeier ປະທານາທິບໍດີ ຢືນຢັນວ່າ: ເຢຍລະມັນ ສະໜັບສະໜູນ ຄວາມເສລີໃນການເດີນທະເລຢູ່ທະເລຕາເວນອອກ; ສະໜັບສະໜູນຫຼັກໝັ້ນແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວນອອກດ້ວຍບັນດາມາດຕະການສັນຕິພາບບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບ ກົດໝາຍວ່າດ້ວຍທະເລ ປີ 1982 ແລະ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວນອອກ (DOC).

ຕອບກັບ

ຂ່າວ/ບົດ​ອື່ນ