ທ່ານຫງວຽນຊວນຟູ໋ກນາຍົກລັດຖະມົນຕີຢ້ຽມຢາມແລະເຮັດວຽກ ຢູ່ຫາຍຟ່ອງ

ທ່ານຫງວຽນຊວນຟູ໋ກນາຍົກລັດຖະມົນຕີຢ້ຽມຢາມແລະເຮັດວຽກ ຢູ່ຫາຍຟ່ອງ - ảnh 1
ທ່ານ ຫງວຽນ​ຊວນ​ຟູ໋ກ ຢ້ຽມ​ຢາມ ແລະ ເຮັດ​ວຽກ
ກັບບັນ​ດາ​ພະ​ນັກ​ງານ, ນັກ​ຮົມ ​ຂອງ ກອງບັນຊາການ​ທະ​ຫານເຂດ 3

(vovworld) - ຕອນ​ບ່າຍ​ວັນ​ທີ 18/7, ທີ່ ຫາຍ​ຟ່ອງ, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມກັບ ຄະ​ນະ​ປະ​ຕິ​ບັດ​ງານ ຂອງ ລັດ​ຖະ​ບານ ຢ້ຽມ​ຢາມ ແລະ ເຮັດ​ວຽກ ກັບ ບັນ​ດາ​ພະ​ນັກ​ງານ, ນັກ​ຮົມ ​ຂອງ ກອງບັນຊາການ​ທະ​ຫານເຂດ 3. ນະ​ທີ່​ນີ້, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ສູງ ບັນ​ດາ​​ໝາກ​ຜົນ ເຊິ່ງກອງບັນຊາການບັນ​ລຸ​ໄດ້ ໃນ​ໄລ​ຍະ​ຜ່ານ​ມາ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າໃນ​ການກໍ່​ສ້າງ​ເຂດ​ປ້ອງ​ປັກ​, ຮັບ​ໄຊ້​ການພັດ​ທະ​ນາ​ດ້ານ​ເສັດ​ຖະ​ກິດ - ສັງ​ຄົມ ຢູ່​ທ້ອງ​ຖິ່ນ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ: ກອງ​ທັບ ແມ່ນ ເສົ້າຄ້ຳສຳ​ຄັນ ໃນ​ການໜູນ​ຊ່ວຍ​ພັດ​ທະ​ນາດ້ານ​ເສັດ​ຖະ​ກິດ - ສັງ​ຄົມ ຂອງ​ປະ​ເທດ, ເພາະສະນັ້ນ ອຳນາດການປົກຄອງທຸກ​ຂັ້ນ ຄວນ​ມີ​​ຄວາມ​ເອົາ​ໃຈ​ໃສ່ເປັນ​ພິ​ເສັດ​ເຖິງການ​ຮັບ​ປະ​ກັນປ້ອງກັນຊາດປ້ອງກັນຄວາມສະຫງົບ:

  “ຮັກ​ສາຄວາມສາມາດ​ດ້ານເຕັກນິດ​ບັນ​ດາພາຫະນະ​ວັດ​ຖຸພະລາທິການ, ​ກຽມພ້ອມ​​​ສູ້ຮົບປ້ອງກັນຕ້ານໄພທຳມະຊາດ, ກູ້ໄພກູ້ຊີບຮັບ​ປະ​ກັນຄວາມປອດໄພ​ເດັກ​ຂາດ​ໃຫ້ຄົນ, ອາ​ວຸດ​ພາ​ຫະ​ນະ​ດ້ານເຕີກ​ນິດ. ພິ​ເສດ​ແມ່ນ​ບໍ​ລິ​ເວນ​ທະຫານເຂດ 3​ ມີທີ່​ຕັ້ງ​ຍຸ​ດະ​ສາດ ນັບ​ທັງທາງ​ບົກ ແລະ ​ທາງ​ທະ​ເລ ມີ​ຄວາມຮັບ​ຜິດ​ຊອບ​ໃຫຍ່ທີ່​ສຸດ​ໃນການ​ຮັບ​ປະ​ກັນຄວາມສະຫງົບປອດໄພ​ໃນ​ທຸກໆ​ສະ​ພາບການ”

       ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ ກອງບັນຊາການທະຫານເຂດ 3 ສືບ​ຕໍ່ ເຮັດ​ວຽດງານແນວ​ຫລັງກອງ​ທັບ, ເອົາໃຈໃສ່ເປັນພິເສດເຖິງວຽກ​ງານ​ຂົນ​ຂວາຍປະ​ຊາ​ຊົນ, ປັບ​ປຸງ​ລະ​ບົບປ້ອງກັນຊາດປ້ອງກັນຄວາມສະຫງົບ​ທົ່ວ​ປວງ​ຊົນ; ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​​ໃຫ້​ບັນ​ດາ​ຄອບ​ຄົວ, ເປົ້າໝາຍນະ​ໂຍ​ບາຍໃນບໍ​ລີ​ເວນ​ເຂດ, ພ້ອມ​ທັງສ້າງ​ເງື່ອນ​ໄຂ, ຍົກ​ສູງ​​ຊິີວິດການ​ເປັນ​ຢູ່ ໃຫ້​ພະ​ນັກ​ງານ, ນັກ​ຮົບ​ປະ​ຕິ​ວັດສຳ​ເລັດ​ໜ້າ​ທີ​​ມອບ ພັກ, ລັດ ແລະ ປະ​ຊາ​ຊົນໄດ້​ມອບ​ໃຫ້.

 ໃນ​ຕອນ​ບ່າຍ​ວັນ​ທີ 18/9, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຂົ້າ​ຮ່ວມ, ອອກຄຳສັ່ງລົງມືກໍ່ສ້າງກິດຈະກຳ ສູນ​ການ​ຄ້າ ແລະ ໂຮງ​ແຮມ​ສັງ​ກັດໂຄງ​ການ Vinhomes Riva City ຫາຍ​ຟ່ອງ.

ຂ່າວ/ບົດ​ອື່ນ