ທ່ານຫງວຽນຊວນຟຸກຢ້ຽມຢາມ ອົງການໄອຍະການ ແລະ ສານທະຫານສູນກາງ

ທ່ານຫງວຽນຊວນຟຸກຢ້ຽມຢາມ ອົງການໄອຍະການ ແລະ ສານທະຫານສູນກາງ - ảnh 1

(ພາບ:vietnamplus.vn)

(VOV)-   ​ຕອນ​ບ່າຍວັນ​ທີ 17/12 ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງນາຍົກລັດຖະມົນຕີຫງວຽນ​ຊວນ​ຟຸກ ​ໄດ້​ໄປຢ້ຽມຢາມ, ອວຍພອນ​ພະນັກງານ, ພາລະ​ກອນ​ຂອງ​ອົງການ​ໄອ​ຍະ​ການ ​ແລະ ສານ​ທະຫານ​ສູນ​ກາງ​ໃນ​ໂອກາດ​ລະນຶກ 68 ປີ​ແຫ່ງ​ວັນ​ສ້າງ​ຕັ້ງກອງທັບ​ປະຊາຊົນ​ຫວຽດນາມ  (22/12/1944-22/12/1012) ​ແລະ 23 ປີ​ແຫ່ງ​ວັນ​ບຸນທົ່ວປວງ​ຊົນ​ປ້ອງ​ກັນ​ຊາດ (22/12/1989-22/12/1012). ຕາງໜ້າ​ໃຫ້ການ​ນຳ​ພັກ, ລັດ, ທ່ານ​ຮອງນາຍົກລັດຖະມົນຕີຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ ​ແລະ ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ໃຫ່ຍຫຼວງ​ໃນ​ຫຼາຍ​ດ້ານຊື່​ງອົງການ​ໄອ​ຍະ​ການ ​ແລະ ສານ​ທະຫານ​ສູນ​ກາງບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ທ່ານ​ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ໄອ​ຍະ​ການ ​ແລະ ສານ​ທະຫານ​ສູນ​ກາງຈະ​ສືບ​ຕໍ່​ປະຕິບັດ​ພາລະ​ໜ້າ​ທີ່​ຊື່​ງຄະນະ​ພັກ​ກອງທັບ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ສານ​ປະຊາຊົນ​ສູງ​ສຸດ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ​ກ່ວາ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ເຊື່ອໝັ້ນວ່າ,​ ​ອົງການ​ໄອ​ຍະ​ການ ​ແລະ ສານ​ທະຫານ​ສູນ​ກາງ​ຈະ​ນັບ​ມື້​ນັບ​​ເຕີບ​ໃຫ່ຍ​ເຂັ້ມ​ແຂງ, ຮອບດ້ານ, ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ກອງທັບ ​ແລະ ປະຊາຊົນ.

ຂ່າວ/ບົດ​ອື່ນ