ທ່ານຫງວຽນດັງຕຽນ,ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມເຮັດວຽກກັບສະຖານີໂທລະພາບແລະກະຈາຍສຽງແຫ່ງ

 

ທ່ານຫງວຽນດັງຕຽນ,ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມເຮັດວຽກກັບສະຖານີໂທລະພາບແລະກະຈາຍສຽງແຫ່ງ - ảnh 1
ທ່ານ ຫງວຽນ​ດັງ​ຕຽນ, ຜູ້ອຳນ​ວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມມອບຂອງຂວັນໃຫ້ແກ່ການນຳສະຖານີໂທລະພາບ
ກະຈາຍສຽງລັດເຊຍ.


(vovworld)- ​​ ​ໂດຍ​ໄດ້​ຮັບ​ຄຳ​​ເຊີນ​ຂອງ​ການ​ນຳ​ສະຖານ​ີ​ໂທລະພາບ ​ແລະ ​ກະຈາຍສຽງແຫ່ງ​ຊາດ​ລັດ​ເຊຍ, ທ່ານ ຫງວຽນ​ດັງ​ຕຽນ, ຜູ້ອຳນ​ວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ນຳ​ຫນ້າ​ຄະນະ​ຜູ້​ແທນ VOV ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະຖານີ​ໂທລະພາບ ​ແລະ ​ກະຈາຍສຽງ​ລັດ​ເຊຍ ​ເພື່ອ​ຊອກ​ຮູ້ ​ແລະ ສ້າງ​ຕັ້ງ​ສາຍ​ພົວພັນ​ຮ່ວມ​ມື​ກັບ​ສະຖານີ​ໂທລະພາບ ​ແລະ ກະຈາຍ​ສຽງ​ແຫ່ງ​ຊາດລັດ​ເຊຍ ​ໃນ​ວຽກ​ງານ​ຖະ​ແຫລ​ງຂ່າວ ​ແລະ ບຳລຸງ​ສ້າງ​ພະນັກງານ, ນັກ​ຂ່າວ. ​ເມ່ືອ​ເຕື້ອງ​ເຖິງ​ຄວາມ​ປາດ​ຖະຫນາດ​ຢາກ​ສ້າງ​ຕັ້ງ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ສະຖານີ​ໂທລະພາບ ​ແລະ ກະຈາຍສຽງ​ແຫ່ງ​ຊາດ​ລັດ​ເຊຍ, ທ່ານ ຜູ້ອຳນວຍການ​ໃຫຍ່​ VOV ຫງວຽນ​ດັງ​ຕຽນ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຢາກ​ສ້າງ​ຕັ້ງ​ການ​ພົວພັນ​ລະຫວ່າງ VOV ກັບ ສະຖານີ​ໂທລະພາບ ​ແລະ ກະຈາຍສຽງ​​ແຫ່ງ​ຊາດລັດ​ເຊຍ. ດ້ວຍ​ມູນ​ເຊື້ອ​​ແຫ່ງ​ປະຫວັດສາດ​ຂອງ​ສອງ​ຊາດ, ດ້ວຍອາລົມ​ຈິດ ​ແລະ ການ​ຊ່ວຍ​ເຫລືອ​ຂອງ​ພວກ​ເພື່ອນ, ການ​ຮ່ວມ​ມື​ນີ້ ຈະ​ນຳ​ມາ​ເຊິ່ງຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ, ອາລົມ​ຈິດ ​ແລະ ບັນດາ​ບົດຮຽນ, ຄວາມ​ຮູ້​ເພື່ອ​ໃຫ້​ສອງ​ຝ່າຍ​ສາມາດ​ແລກປ່ຽນ​ເຊິ່ງກັນ ​ແລະ ກັນ.”

        ສ່ວນ​ທ່ານ Phiodorov, ຜູ້ອຳນວຍການ​ຄະນະ​ອຳນວຍ​ການ​ພະ​ແນ​ກພົວພັນ​ກັບ​ສາກົນ ຂອງ ສະຖານີ​ໂທລະພາບ ​ແລະ ກະຈາຍ​ສຽງ​ແຫ່ງ​ຊາດ​ລັດ​ເຊຍ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​​​ເມື່ອ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ VOV ຫວຽດນາມ ​ແລະ ທ່ານ​​ເນັ້ນ​ຫນັກ​ວ່າ: ການ​ຮ່ວມ​ມື​ສອງ​ຝ່າຍ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ ​ແລະ ຄວນ​ຊຸກຍູ້.

 

ຕອບກັບ

ຂ່າວ/ບົດ​ອື່ນ