ທ່ານຫງວຽນທ້ຽນເຍີນດຳລົງຕຳແຫນ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ທ່ານຫງວຽນທ້ຽນເຍີນດຳລົງຕຳແຫນ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ
ພາບ: internet


(vovworld)- ວັນ​ທີ 5/9, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 7 ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 6 ​ເພື່ອ​ປຶກສາ​ຫາລື​ເລື່ອງ​ແຕ່ງ​ຕັ້ງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 7 ​ແລະ ຮັບ​ຮອງ​ເອົາຫນ້າ​ທີ່​ຈຸດ​ສຸມ​ວຽກ​ງານ​ແນວ​ໂຮມ​ຮອດ​ໄລຍະ​ທ້າຍປີ 2013. ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ປະກາດ​ຄຳ​ເຫັນ​ຂອງ​ກົມ​ການ​ເມືອງ ​ເຫັນ​ດີ​ເພື່ອ​ອະນຸຍາດໃຫ້​ທ່ານ ຮີ່ງດາມ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ບໍ່​ດຳລົງ​ຕຳ​ແຫນ່​ງປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເພື່ອ​ອອກ​ກິນ​ເບ​້ຍບຳນານ​ຕາມ​ນະ​ໂຍບາຍ​ຂອງ​ພັກ, ລັດ ພ້ອມ​ທັງ​ສະ​ເຫ​ນີທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ດຳລົງ​ຕຳ​ແຫນ່​ງປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 7. ກອງ​ປະຊຸມ​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ຮັບຮອງ​ເອົາ​ໃບ​ສະ​ເຫ​ນີຂອງ​ຄະນະ​ປະທານ,​​ແຕ່ງ​ຕັ້ງທ່າ​ນ ຫງວຽນ​ທ້ຽນ​ເຍີນ ດຳລົງ​ຕຳ​ແຫນ່​ງປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ