ທ່ານຫງວຽນທ້ຽນເຍີນເຮັດວຽກກັບສະມາຄົມຊາວກະສິກອນຫວຽດນາມ

ທ່ານຫງວຽນທ້ຽນເຍີນເຮັດວຽກກັບສະມາຄົມຊາວກະສິກອນຫວຽດນາມ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍ​ີນ​ເຮັດ​ວຽກ​ກັບ​
ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ
(ພາບ: sggp.org.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/09, ​ທີ່​ການ​ເຮັດ​ວຽກ​ກັບ​ສູນ​ກາງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີ​ນ ຢັ້ງ​ຢືນ​ວ່າ, ຊາວ​ກະ​ສິ​ກອນ​ຫວຽດ​ນາມ ແມ່ນ​ຄອບ​ຄົວ​ຜ​ະ​ລິດ​ເກັ່ງ, ແຕ່​ກ່ຽວ​ກັບ​ທິດ​ສະ​ດີ​ຊາວ​ກະ​ສິ​ກອນ ບໍ່​ສາ​ມາດ​​ເຮັດ​ໃຫ້ເປັນ​ຜູ້​ດຳ​ເນີນ​ທຸ​ລະ​ກິດ, ຄ້າ​ຂາຍ​ເກັ່ງ​ໄດ້. ສະ​ນັ້ນ, ຊາວ​ກະ​ສິ​ກອນ ຕ້ອງ​ຜ່ານ​ສະ​ຫະ​ກອນ​ເພື່ອ​ເຈ​ລະ​ຈາ, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ແລະ ຊ່ວຍ​ກູ້​ຢື່ມ​ທຶນ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ ກໍຖື​ວ່າ: ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຕ້ອງ​ເອົາ​ໃຈ​ໃສ່ເບິ່ງ​ແຍງ​ສະ​ມາ​ຊິກ, ສົ່ງ​ເສີມ​ໜູນ​ຊ່ວຍ​ການ​ປະ​ດິດ​ຄິດ​ສ້າງ, ຂົນ​ຂວາຍ​ປະ​ຊາ​ຊົນ​ຜະ​ລິດ​​ມີຄວາມປອດໄພ ສຸຂະອະນາໄມດ້ານອາຫານ. ພິ​ເສດ​ແມ່ນກວດ​ກາ​ຄຸນ​ນະ​ພາບ​​ວັດ​ຖຸ​ກະສິ​ກຳສົ້ນ​ເຂົ້າ, ຕິດ​ຕາມກວດ​ກາ​ເລື່ອງ​ລັດ​ໃຫ້​ຊ​າວ​ກະ​ສິ​ກອນ​ກູ້​ຢືມ​ທຶນ... ພ້ອມ​ທັງ​ເອົາ​ໃຈ​ໃສ່, ຂົນ​ຂວາຍ​ຊາວ​ກະ​ສິ​ກອນ​ເຂົ້າ​ຮ່ວມ​ການ​ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ ມຸ່ງ​ໄປ​ເຖິງ​ການ​ປະ​ກັນ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ.

ຂ່າວ/ບົດ​ອື່ນ