ທ່ານຫງວຽນວັນບີງ,ຫົວຫນ້າຄະນະເສດຖະກິດສູນກາງຢ້ຽມຢາມແລະເຮັດວຽກຢູ່ໂມຊຳບີກ

 ທ່ານຫງວຽນວັນບີງ,ຫົວຫນ້າຄະນະເສດຖະກິດສູນກາງຢ້ຽມຢາມແລະເຮັດວຽກຢູ່ໂມຊຳບີກ - ảnh 1
ເລ​ຂາ​ທິ​ການ​ໃຫຍ່​ພັກ Frelimo, Eliseu Joaquim Machava ຕ​ອ້ນ​ຮັບ​​ທ່ານ ຫງວຽ​ນ​ວັນ​ບີງ, ຫົວ​ຫນ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​
ພາບ:TTXVN

(vovworld)-​ແຕ່​ວັນ​ທີ 11-15/12, ຄະ​ນະ​ຜ​ູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ ຫງວຽ​ນ​ວັນ​ບີງ, ຫົວ​ຫນ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ນຳ​ຫນ້າ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ ໂມ​ຊຳ​ບີກ. ທ່ານ ຫງວຽນ​ວັນ​ບີງ ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂມ​ຊຳ​ບີກ Carlos Agostinho do Rosario, ເລ​ຂາ​ທິ​ການ​ໃຫຍ່​ພັກ Frelimo, Eliseu Joaquim Machava. ທີ່​ການ​ເຮັດ​ວຽກ​ຄັ້ງ​ຕ່າງໆ​ນັ້ນ, ຝ່າຍ ໂມ​ຊຳ​ບີກ ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຕີ​ລາ​ຄາ​ສູງ​ການ​ພ​ົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ ​ Frelimo ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ການ​ຊ່ວຍ​ເຫລືອ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໃນ​ວຽກ​ງານ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ເມືອງ ແລະ ພະ​ນັກ​ງານ​ຫລັກ​ແຫລ່ງ​ຂອງ​ພັກ Frelimo ກໍ​ຄື​ບັນ​ດາ​ການ​ຫນູນ​ຊ່ວຍ​ຕັ້ງ​ຫນ້າ​ຂອງ​ຫວຽດ​ນາມ​ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ.

ສ່ວນ​ທ່ານ ຫງວຽນ​ວັນ​ບີງ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​​ບາດ​ກ້າວພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ນັບ​ມື້​ນັບ​ເລິ​ກ​ເຊິ່ງກວ້າງ​ຂວາງ​ລະ​ຫວ່າງ ຫວຽດ​ນາມ ແລະ ໂມ​ຊຳ​ບີກ. ທ່ານ ຫງວ​ຽນ​ວັນ​ບີງ ຖື​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ພັກ ຄວນ​ເພີ່ມ​ທະ​ວີ​ວຽກ​ງານ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ.


ຕອບກັບ

ຂ່າວ/ບົດ​ອື່ນ