ທ່ານຫງວຽນເຕີນຢຸງ ໄປອວຍພອນບຸນເຕັດ ຢູ່ບິງທ້ວນ

ທ່ານຫງວຽນເຕີນຢຸງ ໄປອວຍພອນບຸນເຕັດ ຢູ່ບິງທ້ວນ - ảnh 1

(ພາບ:tienphong.vn)

(vovworld)-​ ​ເນື່ອງ​ໃນ​ໂອກາດ​ລະດູບານ​ໃໝ່​ປີ​ມະ​ເສ​ງ 2013, ຕອນ​ເຊົ້າວັນ​ທີ 18/2, ທ່ານນາຍົກລັດຖະມົນຕີ​ຫງວຽນ​ເຕີນ​ຢຸງໄປຢ້ຽມຢາມ, ອວຍ​ພອນບຸນ​ເຕັດ ​ແລະ ​ເຮັດ​ວຽກ​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ບິງ​ທ້ວນ ​ແລະ ໄປຢ້ຽມຢາມ, ອວຍພອນ​ພະນັກງານ, ນັກຮົບ​ຄະນະ 681 ກອງທັບ​ເຮືອ​ຢູ່​ຕາ​ແສງ​ຕຽນ​ແທງ ນະຄອນ​ຟານ​ທຽດ.ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກກັບການນຳ​ແຂວງ ບີ​ງທ້ວນ, ທ່ານ​ນາຍົກລັດຖະມ​ົນ​ຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ໄດ້​ໃຫ້​ຄຳ​ຕັກ​ເຕື່ອນວ່າ ທາງ​ແຂວງ​ຄວນ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການ​ພັດທະນາ​ກະ​ສີ​ກຳ ​ໂດຍ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ນາຍົກລັດຖະມ​ົນ​ຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ເນັ້ນ​ໜັກ​ວ່າ ​ແຂວງ​ ບີ​ງທ້ວນ ຄວນ​ອອກ​ແຮງ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ, ປຸກລະດົມ​ບັນດາ​ແຫຼ່ງກຳລັງ​ເພື່ອ​ບືນ​ຕົວ​ຂຶ້ນ, ພັດທະນາ​ແບບ​ຍືນ​ຍົງ. ທ່ານ​ນາຍົກລັດຖະມ​ົນ​ຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ​ໃຫ້ການ​ຊີ້​ນຳ​ວ່າ : ທາງ​ແຂວງ​ຄວນ​ເອົາ​ໃຈ​ໃສ່​ດຶງ​ດູດ​ການ​ລົງທຶນ, ​ເປັນ​ຕົ້ນ​ແມ່ນດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຂົນ​ສົ່ງ, ຊົນ​ລະ​ປະທານ, ​ໄຟຟ້າ, ນ້ຳ​ສະອາດ, ພ້ອມ​ກັນ​ນັ້ນ​ກໍ​ສືບ​ຕໍ່​ເອົາ​ໃຈ​ໃສ່ວຽກ​ງານ​ພັດທະນາ​ດ້ານ​ສາທາລະນະ​ສຸກ, ລົບ​ລ້າງ​ຄວາມ​ອຶດ​ຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ…………….
   ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ, ທ່ານ​ກໍ່​ໄດ້​ກວດກາວຽກ​ງານ​ຝືກຊ້ອມ, ເວນຍາມ​, ກຽມພ້ອມສູ້ຮົບ ​ແລະ ຄວາມ​ສາມາດ​ນຳ​ໃຊ້​ບັນດາ​ເຄື່ອງ​ອຸປະກອນ, ອາ​ວຸດທັນ​ສະ​ໄໝ​ຂອງ​ບັນດາ​ກົມ​ກອງ. ທ່ານ​ຮຽກຮ້ອງ​ໃຫ້​ກົມ​ກອງ​ຕ້ອງ​ສືບ​ຕໍ່​ປະຕິບັດ​ການຝຶກ​ຊ້ອມ​ເປັນ​ຢ່າງ​ດີ, ຍົກ​ສູງຈິດ​ໃຈ​ລະມັດລະ​ວັງ, ກຽມພ້ອມ​ສູ້​ຮົບ​. ​ແລະ ກໍ່​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 18/2, ທ່ານນາຍົກລັດຖະມົນຕີ​ຫງວຽນ​ເຕີນ​ຢຸງ ຍັງ​ໄປກວດກາກິດຈະການ​ຊົນລະ​ປະທານ​ແມ່ນຳ Quao ​ແລະ ​ໄປ​ຖະຫວາຍ​ທູບ​ທຽນ, ວາງພວງ​ມາລາ​ອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ​ ທີ່​ຫໍພິພິຕະພັນ​ໂຮ່ຈິ​ມິນ.​ ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານນາຍົກລັດຖະມົນຕີ​ຫງວຽນ​ເຕີນ​ຢຸງ​ ໄດ້​ເຮັດ​ວຽກ​ກັບ​ກາ​ນນຳຫ​ລັກ​ແຫຼ່ງ ​ແຂວງ​ບິງ​ທ້ວນ ກ່ຽວ​ກັບ​ສະພາບ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ