ທ່ານຫງວຽນເຕີ໋ນຢຸງຕ້ອນຮັບທີ່ປຶກສາພິເສດພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ

ທ່ານຫງວຽນເຕີ໋ນຢຸງຕ້ອນຮັບທີ່ປຶກສາພິເສດພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​
​ຕ້ອນຮັບ​ທ່ານ Tsutomu Takebe
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 16/11, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Tsutomu Takebe ທີ່​ປຶກສາ​ພິ​ເສດ​ພັນທະ​ມິດ​ສະມາຊິກ​ລັດຖະສະພາ ຍີ່ປຸ່ນ - ຫວຽດນາມ ທີ່ພວມ​ ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້ຊົມ​ເຊີຍ​ທ່ານ Tsutomu Takebe ມາຢ້ຽມຢາມ ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນ ຢີ່ປຸ່ນ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ສົ່ງ​ເສີມ​ວຽກ​ງານ​​ຜັນ​ຂະຫຍາຍ​ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ຈະເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ກໍ່​ຄືປາດ​ຖະໜາ​ຢາກ​ພ້ອມ​ກັບ ຍີ່​ປຸ່ນ ມາ​ນະ​ພະຍາຍາມ ​ເພື່ອ​ສືບ​ຕໍ່​ນຳ​ການ​ພົວພັນ 2 ຝ່າຍ​ໃຫ້​ພັດທະນາ​​ໃນ​ທຸກ​ຂົງ​ເຂດຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ, ນຳມາ​ເຊິ່ງຜົ​ນປະ​ໂຫຍ​ດ​ໃຫ້​ປະຊາ​ຊົນ 2 ປະ​ເທດ​ຢ່າງ​ແທດ​ຈິງ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ທ່ານ Tsutomu Takebe, ທີ່​ປຶກສາ​ພິ​ເສດ​ພັນທະ​ມິດສະມາຊິກ​ລັດຖະສະພາ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ທ່ານ ​ໂຕ

​ຮູ​ຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ​, ກໍ່ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ດ້ານ​ການ​ເມືອງ​ ຢ່າງ​ມີ​ປະສິດ​ທິຜົນ ຂອງ​ທ່ານ Tsutomu Takebe ​ໃນຖານະ​ເປັນ​ປະທານ​ພັນທະ​ມິດ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ໃນ​ເມື່ອ​ກ່ອນ, ກໍ​ຄື​ບັນດາ​ການ​ອຸທິດ​ສ່ວນຢ່າງ​ແທດ​ຈິງ​ ​ເຂົ້າ​ໃນ​ການຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບການ​ບຳລຸງ​ສ້າງ, ການພົບ​ປະ​ແລກປ່ຽນ​ວັດທະນະທຳ​ຄື​ປະຈຸ​ບັນ. ທ່ານ Tsutomu Takebe ​ໃຫ້​ຮູ້​ວ່າ: ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ​ສົນ​ໃຈ​ທີ່​ສຸດ​ເຖິງ​ໂຄງການ​ມະຫາວິທະຍາ​ໄລ ຍີ່ປຸ່ນ - ຫວຽດນາມ. ທ່ານ Tsutomu Takebe ຢືນຢັນ​ວ່າ: ດ້ວຍ​ອິດທິພົນ​ຊື່​ສຽງ​​ໃນ​ຖານະ​ຕຳ​ແໜງ​ຂອງ​ຕົນ ​ແມ່ນຈະ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນລະ​ຫວ່າງ​ບັນດາ​ສະມາຊິກ​ລັດຖະສະພາ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ