ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມເຂົ້າຮ່ວມກອງປະຊຸມສະຫະສະມາຄົມຕົວເມືອງວິທະຍາສາດໂລກ(WTA)ຄັ້ງທີ11

(VOVWORLD) -ກອງປະຊຸມສະຫະສະມາຄົມຕົວເມືອງວິທະຍາສາດໂລກ (WTA) ຄັ້ງທີ 11 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ຕຸລາ ຢູ່ ແຂວງ ບີງເຢືອງ. 
ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມເຂົ້າຮ່ວມກອງປະຊຸມສະຫະສະມາຄົມຕົວເມືອງວິທະຍາສາດໂລກ(WTA)ຄັ້ງທີ11 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມກ່າວຄຳເຫັນໄຂກອງປະຊຸມ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຖືວ່າ ພື້ນຖານເສດຖະກິດອັດສະລິຍະ, ຕົວເມືອງ ອັດສະລິຍະ ຕ້ອງຕິດພັນກັບເຕັກໂນໂລຊີ ແລະ ພາຫະນະ ເພື່ອໃຫ້ທຸກແຫລ່ງກຳລັງໃນສັງຄົມໄດ້ຊົມໃຊ້ຢ່າງມີປະສິດທິຜົນທີ່ສຸດ ເພື່ອການພັດທະນາໃນອະນາຄົດ. ທ່ານຮອງນາຍົກລັດຖະມົນຕີ ປາດຖະຫນາວ່າ ບັນດານັກວິທະຍາສາດ, ນັກຄຸ້ມຄອງ, ນັກບໍລິຫານ.. ຈະສືບຕໍ່ຮ່ວມມືກັບ ແຂວງ ບີງເຢືອງ ເພື່ອໃຫ້ມີການປະກອບສ່ວນພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນຫນັກວ່າ:

        “ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ທີ່ບັນດາເຫດການນີ້  ແລະ ບັນດາເຫດການຕໍ່ໄປ ເພື່ອໃຫ້ພວກເພື່ອນຈະພ້ອມກັນແບ່ງປັນບົດຮຽນອັນລ້ຳຄ່າ ນັບທັງເລືື່ອງປະສົບຜົນສຳເລັດ ແລະ ຍັງບໍ່ທັນປະສົບຜົນສຳເລັດ ເພື່ອໃຫ້ພວກເຮົາຍາດແຍ່ງຜົນສຳເລັດຂອງການປະຕິວັດນຳມາໃຫ້ໄດ້ດີທີ່ສຸດ.”

ທີ່ກອງປະຊຸມ, ສະມາຊິກ WTA ທັງໝົດ ແລະ ບັນດາຄູ່ຮ່ວມມື ໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະ ເພື່ອສ້າງວິໄສທັດໃຫມ່ໃນທົດສະວັດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ