ທ່ານຫວູດຶກດາມຮອງນາຍົກລັດຖະມົນຕີເຮັດວຽກຢູ່ແຂວງ ບັກຢາງ

ທ່ານຫວູດຶກດາມຮອງນາຍົກລັດຖະມົນຕີເຮັດວຽກຢູ່ແຂວງ ບັກຢາງ - ảnh 1
ທ່ານ ຫວູ​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ
ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ຂອງ​ແຂວງ ບັກ​ຢາງ
(ພາບ: TTXVN)

(vovworld) - ໃນ​ວັນ​ທີ 12/3, ທ່ານ ຫວູ​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ຂອງ​ແຂວງ ບັກ​ຢາງ ​ກ່ຽວ​ກັບ​ສະ​ພາບດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ສະ​ພາບ​ຕົວ​ຈິງ​ແຫ່ງ​ການເຄື່ອນ​ໄຫ​ວ ​ສາທາ​ລະ​ນະ​ສຸກ, ສົ່ງເສີມ ສຸຂະພາບໃຫ້​ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ​. ທ່ານ  ຫວູ​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ: ການ​ສ້າງ​ສຳ​ເນົາ​ຄ​ຸ້ມ​ຄອງ​ສຸ​ຂະ​ພາບ​ເອ​ເລັກ​ໂຕ​ນິກໃຫ້​ປະ​ຊາ​ຊົນ​ແມ່ນ​ບັນ​ຫາ​ໃໝ່​ຢູ່ ຫວຽດ​ນາມ, ແມ່ນ​ວຽກ​ງານ​ມີ​ຄວາມ​ໝາຍ​ອັນ​ຍາວ​ນານ, ຖ້າ​ປະ​ຕິ​ບັດໄດ້ຈະ​​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​ອັນໃຫຍ່ຫຼວງ. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ ກະ​ຊວງສາ​ທາ​ລະ​ນະ​ສຸກ, ອົງ​ການປະ​ກັນ​ສັງ​ຄົມ​ຫວຽດ​ນາມ, ກຸ່ມ​ບໍ​ລິ​ສັດໂທ​ລະ​ຄົມ​​ມະ​ນາ​ຄົມກອງ​ທັບ (Viettel) ເພີ່ມ​ທະ​ວີ​​ການສົມ​ທົບ​ກັບ​ແຂວງ​ບັກ​ຢາງ ເພື່ອ​ແນ​ໃສ່​ຕີ​ລາ​ຄາ ໝາກ​ຜົນ​​, ຈາກນັ້ນ​ຜັນ​ຂະ​ຫຍາຍ​ທະ​ວີ​ຄູນ ຮູບ​ແບບການ​ສ້າງ​ສຳ​ເນົາ​ຄຸ້ມ​ຄອງ​ສຸ​ຂະ​ພາບ​ເອ​ເລັກ​ໂຕ​ນິກ ໃຫ້​ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ. ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວໜູນ​ຊ່ວຍ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ທ່ານ ຫວູ​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ການ​ນຳ​ແຂວງ, ການ​ນຳ​ກະ​ຊວງ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ກ​ຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​​ມະ​ນາ​ຄົມກອງ​ທັບ ສົມ​ທົບ​​ກັນຢ່າງ​ແ​ໜ້ນ​ແຟ້ນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​​ການເຄື່ອນ​ໄຫວ​ດັ່ງ​ກ່າວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ