ທ່ານຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

(VOVWORLD) - ນະທີ່ນີ້, ທ່ານ ມອນໄຊ ລາວມົວຊົ່ງ ຢັ້ງຢືນວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ຈະສືບຕໍ່ສົມທົບກັບຄະນະຊາວໜຸ່ມພັກກອມມູນິດໂຮ່ຈີມິນ ປະຕິບັດການຊີ້ນຳຂອງການນຳສອງປະເທດ, ສຶກສາໃຫ້ລຸ້ນໜຸ່ມກ່ຽວກັບມູນເຊື້ອການພົວພັນ ຫວຽດນາມ - ລາວ ຢ່າງແໜ້ນແຟ້ນ
ທ່ານຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ - ảnh 1ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ເບື້ອງຊ້າຍ ແລະ  ທ່ານ ມອນໄຊ ລາວມົວຊົ່ງ, ເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
(ພາບ:TTXVN)

ວັນທີ 14 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຕ້ອນຮັບຄະນະຜູ້ແທນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ມອນໄຊ ລາວມົວຊົ່ງ, ເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໜ້າ, ເນື່ອງໃນໂອກາດຄະນະມາ ຫວຽດນາມ ເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ  - ລາວ ແລະ ການເຄື່ອນໄຫວ “ຕາມຮອຍຜູ້ນຳ” ປີ 2022. ນະທີ່ນີ້, ທ່ານ ມອນໄຊ ລາວມົວຊົ່ງ ຢັ້ງຢືນວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ຈະສືບຕໍ່ສົມທົບກັບຄະນະຊາວໜຸ່ມພັກກອມມູນິດໂຮ່ຈີມິນ ປະຕິບັດການຊີ້ນຳຂອງການນຳສອງປະເທດ, ສຶກສາໃຫ້ລຸ້ນໜຸ່ມກ່ຽວກັບມູນເຊື້ອການພົວພັນ ຫວຽດນາມ - ລາວ ຢ່າງແໜ້ນແຟ້ນ, ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນຳການພົວພັນລະຫວ່າງອົງການຊາວໜຸ່ມສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ສືບຕໍ່ປະກອບສ່ວນຕັ້ງໜ້າເຂົ້າໃນການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ  -ລາວ.

        ທ່ານ ຫວໍວັນເຖືອງ ເນັ້ນໜັກວ່າ: ຄະນະຊາວໜຸ່ມສອງປະເທດຕ້ອງສາມັກຄີ, ຮ່ວມມືແໜ້ນແຟ້ນກ່ວາອີກ, ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ແລກປ່ຽນບັນດາບົດຮຽນ, ຮູບແບບວຽກງານທີ່ດີ, ແທດຈິງ, ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຫຼາຍກ່ວາໃຫ້ແກ່ການພັດທະນາຂອງແຕ່ລະປະເທດກໍ່ຄືໃຫ້ແກ່ການພົວພັນຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ