ທ່ານຫົວໜ້າຄະນະໂຄສະນາ ແລະ ສຶກສາສູນກາງ ຫວໍວັນເທື໋ອງ ເຂົ້າຮ່ວມພິທີເປີດສະຫຼອງນະຄອນສຶກສາສາກົນ-IEC ກວ໋າງຫງາຍ

(VOVWORLD) -ນະຄອນການສຶກສາສາກົນ-IEC ກວ໋າງຫງາຍ ແມ່ນໂຄງການທີ່ມີຄວາມໝາຍທາງສັງຄົມຢ່າງໃຫ່ຍຫຼວງ, ເປັນຂີດໝາຍປະຫວັດສາດອັນສຳຄັນ ບົນເສັ້ນທາງພັດທະນາການສຶກສາ ຂອງແຂວງ ກວ໋າງຫງາຍ.
ທ່ານຫົວໜ້າຄະນະໂຄສະນາ ແລະ ສຶກສາສູນກາງ ຫວໍວັນເທື໋ອງ ເຂົ້າຮ່ວມພິທີເປີດສະຫຼອງນະຄອນສຶກສາສາກົນ-IEC ກວ໋າງຫງາຍ - ảnh 1ທ່ານ ຫວໍວັນເທື໋ອງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະໂຄສະນາ ແລະ ສຶກສາສູນກາງ ທີ່ພິທີເປີດສະຫຼອງ (ພາບ: kinhtethudo)

        ວັນທີ 28 ມິຖຸນາ, ກຸ່ມບໍລິສັດການສຶກສາ ຫງວຽນຮ່ວາງ (NHG) ໄດ້ເປີດສະຫຼອງນະຄອນການສຶກສາສາກົນ-IEC ກວ໋າງຫງາຍ. ທ່ານ ຫວໍວັນເທື໋ອງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະໂຄສະນາ ແລະ ສຶກສາສູນກາງໄດ້ໃຫ້ກຽດເຂົ້າຮ່ວມ. ພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 1 ປີ,IEC ກວ໋າງຫງາຍ ໄດ້ກໍ່ສ້າງສຳເສັດໂຄງການຢ່າງສົມບູນ. ໄລ່ຮອດ ເດືອນ ກໍລະກົດ ປີ 2019, ມີນັກຮຽນຫຼາຍກວ່າ 1000 ຄົນ ໄດ້ມາລົງທະບຽນຮຽນສົກປີທຳອິດ 2019-2020 ຢູ່ IEC; ຖັນແຖວຄູອາຈານຊາວຫວຽດນາມ ແລະ ຕ່າງປະເທດແມ່ນມີເກືອບ 200 ຄົນ.

        ກ່າວຄຳເຫັນທີ່ພິທີ, ທ່ານ ປະທານຄະນະກຳມະການປະຊາຊົນ ແຂວງກວ໋າງຫງາຍ ເຈີ່ນງອກກັງ ໃຫ້ຮູ້ວ່າ: ນະຄອນການສຶກສາສາກົນ-IEC ກວ໋າງຫງາຍ ແມ່ນໂຄງການທີ່ມີຄວາມໝາຍທາງສັງຄົມຢ່າງໃຫ່ຍຫຼວງ, ເປັນຂີດໝາຍປະຫວັດສາດອັນສຳຄັນ ບົນເສັ້ນທາງພັດທະນາການສຶກສາ ຂອງແຂວງ ກວ໋າງຫງາຍ. ແຂວງກວ໋າງຫງາຍຍາມໃດກໍ່ຮ່ວມເດີນທາງກັບນັກລົງທຶນ,ສົ່ງເສີມຍູ້ແຮງຫັນການລົງທຶນໃນຂົງເຂດການສຶກສາເປັນຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ