ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເງັ້ຍ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ

(VOVWORLD) - ທ່ານສະເໜີໃຫ້ ຝ່າຍ ອາເມລິກາ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງກ່ຽວກັບເຄິ່ງຊັກນຳໄຟຟ້າ
ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເງັ້ຍ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ - ảnh 1ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງເງັ້ຍ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper
(ພາບ: TTXVN)

        ຕອນເຊົ້າວັນທີ 07 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງເງັ້ຍ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper.

        ທີ່ການຕ້ອນຮັບ, ທ່ານ ຫງວຽນຈ້ອງເງັ້ຍ ໄດ້ເນັ້ນໜັກເຖິງຜົນງານຈຳນວນໜຶ່ງໃນການຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ… ໃນນັ້ນໃນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ໄດ້ຮັບຖືວ່າແມ່ນບາດກ້າວບຸກທະລຸໃນການພົວພັນ ຫວຽດນາມ - ອາເມລິກາ. ທ່ານສະເໜີໃຫ້ ຝ່າຍ ອາເມລິກາ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງກ່ຽວກັບເຄິ່ງຊັກນຳໄຟຟ້າ; ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ສະຖານບັນເຕັກໂນໂລຊີ ແລະ ອົງການການຄ້າຢູ່ 2 ປະເທດ, ໃນນັ້ນ, ມີສູນນະວັດຕະກຳແຫ່ງຊາດ ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ Marc Knapper ໃຫ້ຮູ້ວ່າ, ບັນດາອົງການ, ກະຊວງ, ຂະແໜງການຂອງ 2 ປະເທດ ພວມສົມທົບກັນຢ່າງແໜ້ນແຟ້ນ ເພື່ອຫັນຖະແຫຼງການຮ່ວມຂອງການນຳຂັ້ນສູງ 2 ປະເທດໃຫ້ປະກົດຜົນເປັນຈິງ, ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ກໍຄືຫັນແຜນການປະຕິບັດຖະແຫຼງການເປັນລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ