ທ່ານອວງຈູລືວຮອງປະທານສະພາແຫ່ງຊາດໃຫ້ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດແຂວງບີ່ງເຟືອກຊຸດຕ່າງໆ

ທ່ານອວງຈູລືວຮອງປະທານສະພາແຫ່ງຊາດໃຫ້ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດແຂວງບີ່ງເຟືອກຊຸດຕ່າງໆ - ảnh 1
ທ່ານ ອ​ວງ​ຈູ​ລືວ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ
(ພາບ: DinhNam)

(vovworld) – ໃນ​ຕອນ​ເຊົ້​າ​ວັນ​ທີ 5/4, ຢູ່​​ຫໍສະ​ພາ​ແຫ່ງ​ຊາດ, ທ່ານ ອ​ວງ​ຈູ​ລືວ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ໃຫ້​ການຕ້ອນ​ຮັບ ຄະ​ນະສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ​ບີ່ງ​ເຟືອກ ຊຸດ​ຕ່າງໆ, ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ມາ​ຢ້ຽມ​ຢາມ ນະ​ຄອນຫຼວງ​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ອ​ວງ​ຈູ​ລືວ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ​ ສະ​ພາ​ແຫ່ງ​ຊາດ ​ຈະ​ສືບ​ຕໍ​່​ຍູ້ແຮງ​ການ​ປ່ຽນ​ແປງ​ໃໝ່ ແລະ ປະ​ຕິ​ບັດ​ ​ ບັນ​ດາ​ວຽກ​ງານ​​ສ້າງກົດ​ໝາຍ, ຕິ​ດຕາມກວດ​ກາ​ສູງ​ສຸດ ໃຫ້​ມີ​ຄຸນ​ນະ​ພາບ​ກ່​ວາ ແລະ ​ຕົກ​ລົງ​ບັນ​ດາ​ບັນ​ຫາ​ສຳ​ຄັນ ຂອງ​ປະ​ເທດ, ຕອບ​ສະ​ໜອງ​ຄວາມ​ປາດ​ຖະ​ໜາ​ ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ. ທ່ານ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາ​ຖະ​ໜາ​ວ່າ ຄະ​ນະ​ສະ​ມາ​ຊິກ​ສະ​ພາຫ​ແຫ່ງ​ຊາດ ​ແຂວງບີ່ງ​ເຟືອກ ​ຊຸດຕ່າງໆ ຈະ​ສືບ​ຕໍ່​ມີ​ບັນ​ດາ​ຂໍ້​ສະ​ເໜີ​ແນະ, ​ມີ​ການປະ​ກອບ​ສ່ວນ​ຢ່າງ​​ຊັດ​ເຈນ, ແທດ​ຈິງ, ຊ່ວຍ​ສະ​ພາ​ແຫ່ງ​ຊາດ​ ປ​ັບ​ປຸງລະ​ບອບ​, ນະ​ໂຍ​ບາຍ​ໃຫ້​ສົ​ມບູນ, ຜ່ານ​ນັ້ນ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປ​ະ​ເທດ. ຄະ​ນະສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ​ບີ່ງ​ເຟືອກ ຢັ້ງ​ຢືນ​ວ່າ ດ້ວຍ​ບົດ​ບາດ​ເປັນ​​ອະ​ດີດສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ເປັນ​ພົນ​ລະ​ເມືອງ, , ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ປະ​ກອບ​​ສະ​ຕິ​ປັນ​ຍາ, ຄວາມ​ສຸດ​ຈິດ​ສຸດ​ໃຈ ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ; ເຊື່ອ​ໝັນ​ວ່າ ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ຕິດ​ພັນ ແລະ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາດ​ຊົນ​ທັງ​ຊາດ.

ຂ່າວ/ບົດ​ອື່ນ