ທ່ານອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫວູມ້າວ ເຖິງແກ່ມໍລະນະກຳ

(VOVWORLD) -ທ່ານ ຫວູມ້າວ, ເກີດວັນທີ 19 ທັນວາ 1939 ຢູ່ຮ່າໂນ້ຍ; ບ້ານເກີດຢູ່ຕາແສງ ຫາຍແອັງ, ເມືອງ ຫາຍເຮົ້າ, ແຂວງ ນາມດິ້ງ.
ທ່ານອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫວູມ້າວ ເຖິງແກ່ມໍລະນະກຳ - ảnh 1(ທ່ານອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫວູມ້າວ ເຖິງແກ່ມໍລະນະກຳ)

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຄະນະປະຈຳສະພາແຫ່ງຊາດປະເທດສສ.ຫວຽດນາມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ແລະ ຄອບຄົວສະແດງຄວາມເສົ້າສະຫລົດໃຈຂໍແຈ້ງຂ່າວວ່າ: ທ່ານອາດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫວູມ້າວ, ພາຍຫຼັງຖືກເປັນພະຍາດ, ເຖິງວ່າພັກ, ລັດ, ກຸ່ມສາດສະດາຈານ, ແພດໝໍກູ້ເອົາຊີວິດ, ແຕ່ຍ້ອນອາຍຸສູງ, ສຸຂະພາບອ່ອນເພຍ, ທ່ານໄດ້ເຖິງແກ່ມໍລະນະກຳໃນເວລາ 01 ໂມງ 39 ນາທີຂອງວັນທີ 30 ພຶດສະພາ 2020 ຢູ່ເຮືອນສ່ວນຕົວທີ່ຮ່າໂນ້ຍ.

        ທ່ານ ຫວູມ້າວ, ເກີດວັນທີ 19 ທັນວາ 1939 ຢູ່ຮ່າໂນ້ຍ; ບ້ານເກີດຢູ່ຕາແສງ ຫາຍແອັງ, ເມືອງ ຫາຍເຮົ້າ, ແຂວງ ນາມດິ້ງ. ທ່ານໄດ້ເຂົ້າຮ່ວມການເຄື່ອນໄຫວປະຕິວັດນັບແຕ່ປີ 1950, ເຂົ້າເປັນສະມາຊິກພັກກອມມູນິດຫວຽດນາມ ປິ 1962.

        ທ່ານເຄີຍດຳລົງຕຳແໜ່ງຄື: ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ V, VI, VII, VIII, IX; ກຳມະການຄະນະປະຈຳສະພາແຫ່ງຊາດຊຸດທີ  IX, X, XI; ສະມາຊິກສະພາແຫ່ງຊາດຊຸດທີ VII, IX, X, XI; ອະດີດຫົວຫນ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, …

        ທ່ານໄດ້ຮັບກາໝາຍອາຍຸພັກ 55 ປີ, ຫຼຽນໄຊເອກະລາດຊັ້ນໜຶ່ງ, ຫຼຽນໄຊຕ້້ານຈັກກະພັດອາເມລິກາ ຊັ້ນ 3, ຫຼຽນໄຊອິດສະຫຼະຊັ້ນໜຶ່ງຂອງສປປ.ລາວ…

        ງານສົບໄດ້ຈັດຕາມລະດັບຂັ້ນສູງ, ໂດຍຄະນະປະຈຳສະພາແຫ່ງຊາດເປັນເຈົ້າພາບ.

        ພິທີເຂົ້າໄວ້ອາໄລເລີ່ມແຕ່ເວລາ 7 ໂມງຫາ 10 ໂມງ 45 ນາທີຂອງວັນທີ 30 ມິຖຸນາ, ຢູ່ຫໍທຳພິທີສົບແຫ່ງຊາດເລກທີ 5, ຖະໜົນ ເຈິ່ນແທັ໊ງຕົງ, ຮ່າໂນ້ຍ.

        ພິທີໄວ້ອາໄລຖືກຈັດຂຶ້ນໃນເວລາ 10 ໂມງ 45 ນາທີ; ພິທີປົງສົບຖືກຈັດຂຶ້ນໃນວັນດຽວກັນຢູ່ເຂດສຸສານ ທຽນດຶກ (ຟູ່ນິງ, ຟູ໊ທ້ໍ).

ຕອບກັບ

ຂ່າວ/ບົດ​ອື່ນ