ທ່ານຮິງດາມຝາກຈົດໝາຍອວຍພອນ ບູນປີໃໝ່ Chol Chnam Thmay

ທ່ານຮິງດາມຝາກຈົດໝາຍອວຍພອນ ບູນປີໃໝ່ Chol Chnam Thmay - ảnh 1

ທ່ານ​ປະທານ​ຮິງ​ດາມ

(ພາບ:vov.vn)

(vovworld)- ທ່ານ​ຮິງ​ດາມ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫາ​ກໍ່​ຝາກ​ຈົດໝາຍ​ອວຍພອນ​ບັນດາ​ນັກບວດ, ອາຈາ ພ້ອມ​ກັບ​ປະຊາຊົນ​ຊາວເຜົ່າ​ຂະ​ແມ ​ເນື່ອງ​ໃນ​ໂອກາດ​ບູນປີ​ໃໝ່ Chol Chnam Thmay ປີ 2013. ​ໃນ​ຈົດໝາຍ​ທ່ານ​ປະທານ​ຮິງ​ດາມ​ ​ໄດ້​ຮັບ​ຮູ້​ວ່າ: ​ໃນ​ປີຜ່ານມາ, ຊາວ​ເຜົ່າ​ຂະ​ແມ ​ໄດ້​ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ, ​ເສີມຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ຮັກ​ຊາດ, ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ. ຕອບ​ສະໜອງ​ບັນດາ​ຂະ​ບວນການ, ບັ້ນຂົນຂວາຍ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ປຸກລະດົມ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພັກ, ລັດ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ, ບັນລຸ​ໄດ້​ບັນດາ​ຜົນງານ​ສຳ​ຄັນ​ໃນ​ການ​ພັດທະນາ​ເສດຖະກິດ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊີວິດ​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ຊີວິດ​ດ້ານ​ວັດ​ຖະ ​ແລະ ຈິດ​ໃຈ​ຂອງ​ຊາວ​ເຜົ່ຂະ​ແມ, ປະຊາຊົນ​ທຸກ​ຊັນວັນນະ​, ບັນດາ​ເຜົ່າ, ສາສະໜາ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ສືບ​ຕໍ່ໄດ້ຮັບ​ການ​ປົວ​ແປງ. ທ່ານ​ຮິງ​ດາມ ​ເຊື່ອໝັ້ນວ່າ: ບັນດາ​ນັກບວດ, ອາຈາ ພ້ອມ​ດ້ວຍ​ຊາວ​ເຜົ່າ​ຂະ​ແມ​ທຸກ​ຄົນ​ຈະ​ສືບ​ຕໍ່​ຮ່ຳຮຽນ, ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ, ປະຕິບັດແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງລັດ, ອອກ​ແຮງ​ແຂ່ງຂັນ​ອອກ​ແຮງ​ງານ, ສ້າງ​ຊີວິດ​ອີ່​ມໜຳ​ສຳລານ, ຜາ​ສຸກ, ປະກອບສ່ວນ​ອັນ​ແທດ​ຈິງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ