ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ: ສືບຕໍ່ຫັນລະບຽບການບໍລິຫານເປັນງ່າຍດາຍ

ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ: ສືບຕໍ່ຫັນລະບຽບການບໍລິຫານເປັນງ່າຍດາຍ - ảnh 1
​ກອງ​ປະຊຸມ​ກ່ຽວ​ກັບ​ວຽກ​ງານ​​ຫັນ​​ລະບຽບ​ການບໍລິຫານ​ເປັນ​ງ່າຍ​ດ່າ​ຍ​
ໃນ​ຂົງ​ເຂດ​ທີ່​ດິນ, ການ​ລົງທຶນ ​ແລະ ກໍ່ສ້າງ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 02/01, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ກ່ຽວ​ກັບ​ວຽກ​ງານ​​ຫັນ​​ລະບຽບ​ການບໍລິຫານ​ເປັນ​ງ່າຍ​ດາ​ຍ​ໃນ​ຂົງ​ເຂດ​ທີ່​ດິນ, ການ​ລົງທຶນ ​ແລະ ກໍ່ສ້າງ.

          ກ່ຽວ​ກັບ​ເລື່ອງ​ອອກໃບ​ຢັ້ງຢືນ​ນຳ​ໃຊ້​ທີ່​ດິນ, ກຳມະສິດ​ເຮືອນ​ຢູ່, ຊັບ​ສິນ​ຕິດ​ພັນ​ກັບ​ທີ່​ດິນ, ຈົດ​ທະບຽນກ່ຽວ​ກັບ​ການ​​ຫັນປ່ຽນດ້ານ​ທີ່​ດິນ, ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໄດ້​ເປັນ​ເອກະ​ພາບ​ກ່ຽວ​ກັບ​​ໃບ​ຢັ້ງຢືນ​ສິດ​ນຳ​​ໃຊ້​ທີ່​ດິນປະ​ເພດ​ດຽວ, ສຳ​ເນົາ​ເອກະສານ​ທີ່​ດິນທີ່​ໄດ້​ຮັບ​ການ​ກໍ່ສ້າງ... ກະຊວງ​ແຜນການ ​ແລະ ການ​ລົງທຶນ ສະ​ເໜີ​ສຳ​ເລັດ​ກົນ​​ໄກ​ປະຕູ​ດຽວ​ໃນ​ການ​ແກ້​ໄຂ​ບັນດາ​ລະບຽບ​ການ​ບໍລິຫານທີ່ກ່ຽວ​ຂອງ​ເຖິງ​ການອອກ​ໃບ​ຢັ້ງຢືນການ​ລົງທຶນ. ​ໃນ​ຂົງ​ເຂດ​ອອກ​ໃບອະນຸຍາດ​ກໍ່ສ້າງ, ກະຊວງ​ກໍ່ສ້າງ ​ໄດ້​ລົບ​ລ້າງ 15 ລະບຽບ​ການບໍລິຫານ​ກ່ຽວ​ກັບ​​ເລື່ອງ​ອອກ​ໜັງສືອະນຸຍາດ​ກໍ່ສ້າງ​ທີ່​ໄດ້​ຮັບ​ການ​ປະກາດ​ໃຊ້.

    ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ບັນດາ​ກະຊວງ, ຂະ​ແໜງ​ການ​ຄວນ​ສືບ​ຕໍ່​ຫັນ​​ລະບຽບ​ການບໍລິຫານ​ເປັນ​ງ່າຍ​ດາ​ຍ, ຖື​ນີ້​ແມ່ນ​ໜ້າ​ທີ່​ສຳຄັນ ​ເພື່ອ​ຊ່ວຍ​ປົວ​​ແປ​ງສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ດັດຊະນີ​ແກ່ງ​ແຍ່ງ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ສ້າງ​ແຜນການ​ກວດກາ, ຕີ​ລາຄາ​ການ​ຜັນ​ຂະຫຍາຍ​ການປະຕິ​ຮູບ​​ລະບຽບ​ການບໍລິຫານ​ເປັນ​ງ່າຍ​ດາ​ຍ; ຜັນ​ຂະ​ຫຍາ​ຍນະ​ໂຍບາຍ​ປະຕູ​ດຽວ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ ​ແລະ ປັບ​ໄໝ​ໂທດ​ຕໍ່​ປະກົດ​ການຫຍໍ້​ທໍຢ່າງ​ເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ