ທ່ານຮອງນາຍົກລັດຖະ ມົນຕີ ຫວູວັນນິງ ຕ້ອນຮັບເຈົ້າຄອງເຂດການເງິນລອນດອນ, ອັງກິດ

ທ່ານຮອງນາຍົກລັດຖະ ມົນຕີ ຫວູວັນນິງ ຕ້ອນຮັບເຈົ້າຄອງເຂດການເງິນລອນດອນ, ອັງກິດ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ ​
​ຕ້ອນຮັບ​ເຈົ້າ​ຄອງ​​ເຂດການເງິນລອນ​ດອນ)


(vovworld) – ຕອນ​ບ່າຍ​ວັນ​ທີ 07/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ ​ໄດ້​ໃຫ້ການ​ຕ້ອນຮັບ​ເຈົ້າ​ຄອງເຂດການເງິນລອນ​ດອນ ເຊິ່ງແມ່ນສູນກາງເງິນ, ​ແຫ່ງ​ລາຊະ​ອານາຈັກອັງກິດ, ທ່ານ​ນາງ Fiona Woolf, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ, ບັນດາ​ທະນາຄານ​ການ​ເງິນ​ສິນ​ເຊື່ອ​ລາຊະ​ອານາຈັກ​ອັງກິດ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ເຄື່ອນ​ໄຫວ​ທີ່​ຕັ້ງ​ໜ້າ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ລະບົບ​ທະນາຄານ​ຫວຽ​ດນາມ, ກໍ່​ຄືຊຸກຍູ້​ການ​ພົວພັນ​ລົງທຶນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ນັກ​ລົງທຶນ​ແຫ່ງ​ລາ​ຊະ​ອານາຈັກ​ອັງກິດ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ຫວຽດນາມ, ລັດຖະບານ​ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ບັນດາ​ນັກ​ລົງທຶນ​ອັງກິດ ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ສ່ວນ​ທ່າ​ນນາງ Fiona Woolf ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ເຊິ່ງ 2 ​ຝ່າຍ​ຕ່າງກໍ່ມີ​ຄວາມ​ສົນ​ໃຈ​.

ຂ່າວ/ບົດ​ອື່ນ