ທ່ານຮອງນາຍົກລັດຖະ ມົນຕີຫງວຽນຊວນຟຸກ ຢ້ຽມຢາມແຂວງກວາງນາມ


ທ່ານຮອງນາຍົກລັດຖະ ມົນຕີຫງວຽນຊວນຟຸກ ຢ້ຽມຢາມແຂວງກວາງນາມ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ

ຕັດ​ແຖບ​ພ້າ​ເປີດສະຫຼອງ​ຂົວ​ຊວນ​ອານ

(ພາບ:vov)

(vovworld) –​​​​ຕອນ​ເຊົ້າວັນ​ທີ 1/9, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ໄດ້​ໄປຢ້ຽມຢາມ​ບັນດາ​ກິດຈະກຳ​ກໍ່ສ້າງ​ໃນ​ບໍລິ​ເວນ​ເມືອງ​ທັງ​ບິ່ງ, ແຂວງ​ກວາງ​ນາມ. ທີ່​ຕາ​ແສງ​ບິ່ງ​ດີ້​ງບັກ, ເມືອງ​ທັງ​ບິ່ງ, ແຂວງ​ກວາງ​ນາມ, ທ່ານ​ຮອງ​ນາຍົກລັດຖະ ມົນຕີຫງວຽນຊວນ​ຟຸກ ​ໄດ້​ເຂົ້າຮ່ວມ ​ແລະ ຕັດ​ແຖບ​ພ້າ​ເປີດສະຫຼອງ​ຂົວ​ຊວນ​ອານ. ກິດຈະກຳ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວຈະປະກອບສ່ວນ​ແກ້​ໄຂ​ຄວາມ​ຕ້ອງການ​ໄປມາ, ຂົນ​ສົ່ງ​ສິນຄ້າ​ຂອງ ປຊຊ ສອງ​ເມືອງ​ທັງ​ບິ່ງ ​ແລະ ​ເກ​ເຊີນ, ​ແຂວງ​ກວາງ​ນາມ. ກ່ອນ​ໜ້ານັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ​ໂຮງໝໍ​ຫຼາຍ​ຂະ​​ແໜງ​ທັງ​ຮວາ ຊື່​ງ​ແມ່ນ​ໂຮງໝໍ​ເອກະ​ຊົນ​ແຫ່ງ​ທຳ​ອິດ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ໃນ​ບໍລະ​ເວນ​ເມືອງ. ​ແລະ ກໍ່​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະ ມົນຕີຫງວຽນຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນຫງວຽນ​ດິງຈຽວ- ​ເມືອງທັງ​ບິ່ງ./.

ຂ່າວ/ບົດ​ອື່ນ