ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບ ຮອງລັດຖະມົນຕີກະຊວງທີ່ດິນ ຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ  Hoang Trung Hai ຕ້ອນຮັບ ຮອງລັດຖະມົນຕີກະຊວງທີ່ດິນ ຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai  ຕ້ອນຮັບ​ທ່ານ​ Yoshida Osamu ຮອງ​ລັດຖະມົນຕີ​ກະຊວງ​ທີ່​ດິນ, ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສົ່ງ ​ແລະ ທ່ອງ​ທ່ຽວ ຍີ່​ປຸ່ນ
ພາບ: internet


(vovworld) - ​ ຕອນ​ບ່າຍ​ວັນ​ທີ 25/9, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ໃຫ້ການຕ້ອນຮັບ​ທ່ານ​ Yoshida Osamu ຮອງ​ລັດຖະມົນຕີ​ກະຊວງ​ທີ່​ດິນ, ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສົ່ງ ​ແລະ ທ່ອງ​ທ່ຽວ ຍີ່​ປຸ່ນ ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ປາດ​ຖະຫນາ​ວ່າ ລັດຖະບານ ຍີ່​ປຸ່ນ, ກະຊວງ​ທີ່​ດິນ, ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສົ່ງ ​ແລະ ທ່ອງ​ທ່ຽວຍີ່ປຸ່ນ ສືບ​ຕໍ່​ສະຫນັບສະຫນູນ, ​ເອົາ​ໃຈ​ໃສ່ຫນູນ​ຊ່ວຍ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ສຳລັບບັນດາ​ໂຄງການ​ຊຶ່ງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ຕົກ​ລົງນຳ​ກັນ​ຄື: ​ເສັ້ນທາງ​ດ່ວນ​ເຫນືອ - ​ໃຕ້, ທ່າ​ກຳ​ປັ່ນ, ສະຫນາມ​ບິນ, ​ໂຄງການ​ໄຟຟ້າ​ນິວ​ເຄຼຍ Ninh Thuan… ພ້ອມ​ທັງ​ຫນູນ​ຊ່ວຍ​ເພື່ອ​ໃຫ້​ຫວຽດນາມ ຜັນ​ຂະຍຫາຍ​ຮູບ​ແບບ​ລົງທຶນ​​ທົດ​ລອງ​​ຕາມ​ຮູບ​ການ​ພາກ​ລັດ ​ແລະ ​ເອກະ​ຊົນ ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​ໃຫ້​ສຳ​ເລັດ​ຜົນ.  ທ່ານ​ Yoshida Osamu ຮອງ​ລັດຖະມົນຕີ​ກະຊວງ​ທີ່​ດິນ, ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສົ່ງ ​ແລະ ທ່ອງ​ທ່ຽວ ຍີ່​ປຸ່ນ ​ໄດ້​ຢືນຢັນ​ວ່າ: ຍາມ​ໃດ ຍີ່​ປຸ່ນ ກໍ​ຖື​ກາ​ນພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ເປັນ​ສຳຄັນ. ການ​ຫນູນ​ຊ່ວຍ ຫວຽດນາມ ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແມ່ນ​ການ​ໃຫ້​ບຸລິມະສິດ​ຂອງ​ລັດຖະບານ ຍີ່​ປຸ່ນ. ທ່ານ​ Yoshida Osamu ສະ​ເຫ​ນີ ​ລັດ​ຖະບານ ຫວຽດນາມ  ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ຄຸູ່ຮ່ວມ​ມື​ສອງ​ປະ​ເທດ​ສືບ​ຕໍ່​ຮ່ວມ​ມື, ຊຸກຍູ້​ຄວາມ​ຄືບ​ຫນ້າ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່​ມີ​ຂອບ​ຂະຫນາດ​ໃຫຍ່​ຄື: ທ່າ​ກຳ​ປັ່ນ Lach Huyen , ​ໂຄງການ​​ໄຟຟ້ານິວ​ເຄຼຍ Ninh Thuan, ສະຫນາມ​ບິນ Long Thanh.

 

ຂ່າວ/ບົດ​ອື່ນ