ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ລົງກວດກາ ການວາງແຜນກຳນົດທ່າກຳປັ່ນເລກ 5

ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ລົງກວດກາ  ການວາງແຜນກຳນົດທ່າກຳປັ່ນເລກ 5 - ảnh 1
ພາບປະກອບ: internet

(vovworld) - ວັນ​ທີ 24/8, ຢູ່ ນະຄອນ ຫວູ໋ງ​ເຕົາ, ​ແຂວງ ບ່າ​ເຣ້ຍ ຫວູ໋ງ​ເຕົາ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​​ໄດ້​ເປັນ​ປະທານ​ການ​ປະຊຸມ​ລາຍ​ງານ​ສະພາບ​ການ​ປະຕິບັດ​ການ​ວາງ​ແຜນ​ກຳນົດ​ກຸ່ມ​ທ່າ​ກຳ​ປັ່ນ​ເລກ 5. ​ເມື່ອ​ສະຫລຸບ​ການ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ສະ​ເຫ​ນີບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ກຸ່ມ​ທ່າ​ກຳ​ປັ່ນ​ເລກ 5, ບັນດາ​ທ້ອງ​ຖິ່ນ​ຕ້ອງ​ປະຕິບັດ​​ຢ່າງ​ຖືກຕ້ອງ​ຕາມແຜນ​ກຳນົດ​ ພ້ອມ​ກັນ​ນັ້ນ​ສຸມ​ໃສ່​ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ ຕອບ​ສະຫນອງ​ການ​ເຕີບ​ໂຕ​ກ່ຽວ​ກັບ​ປະລິມານ​ສິນຄ້າ​​ເຮັດ​ລະບຽບ​ການພາສີ​ຜ່ານ​ບັນດາ​ທ່າ​ກຳ​ປັ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ.

                                                                        

ຂ່າວ/ບົດ​ອື່ນ