ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຮ່ານາມ

ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຮ່ານາມ - ảnh 1
( ທ່ານ​ຮອງ​ນາຍົກລັດຖະມິນ​ຕີ Nguyen Thien Nhan
ຢ້ຽມຢາມ​ຮູບ​ແບບການປູກຫັດ )


( vovworld ) -   ວັນ​ທີ 30/6, ຢູ່​ແຂວງ​ຮ່າ​ນາມ, ຄະນະ​ປະຕິບັດ​ງານ​ລັດຖະບານຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມິນ​ຕີຫວຽດນາມ Nguyen Thien Nhan ​ເປັນ​ຫົວໜ້າ​ຄະນະ ພ້ອມກັບ​ການ​ນຳ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ,​ ບັນດາພະ​ແນ​ກ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ໄດ້​ລົງ​ຢ້ຽມຢາມ​ຮູບ​ແບບການ​ຜະລິດ​ປຸງ​ແຕ່ງ, ຈຳ​ໜ່​າຍ​ເຫັດ, ບັນດາ​ຄອບຄົວ​ລ້ຽງ​ສັດ​ທີ່​ນຳ​ໃຊ້​ເຕັກນິກ​ດ້ານ​ຊີວະ​ວີ​ທະຍາ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຮ່າ​ນາມ. ພາຍຫຼັງ​ຢ້ຽມຢາມ​ຮູບ​ແບບ​ການ​ຜະລິດ, ລ້ຽງ​ສັດ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ນາມ ​ແລະ ຮັບ​ຟັງ​​ການປະກອບຄຳ​ຄິດ​ຄຳ​ເຫັນຂອງ​ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ​ແລ້ວ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ສະຫຼຸບ​ວ່າ; ລັດຖະບານ​ສະໜັບສະໜູນ​ແຂວງ​ຮ່າ​ນາມ ນຳ​ໃຊ້​​ເຕັກ​ໂນ​ໂລ​ຊີ​ເພື່ອ​ສືບ​ຕໍ່​ພັດທະນາ​ບັນດາ​ມາດ​ຕະການ​ພັດທະນາ​ກະ​ສິກຳ, ​ແຂວງ​ຄວນ​ນຳ​ໃຊ້​ແຫຼ່ງທຶນ​ໃຫ້​ແກ່​ການ​ຄົ້ນຄວ້າ​ຢ່າງ​ມີ​ໄຫວ​ພິບ, ອາດ​ຈະນຳ​ໃຊ້​ແຫຼ່ງກຳລັງ​ຂອງ​​ສູນ​ຕ່າງໆ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ.


ຂ່າວ/ບົດ​ອື່ນ