ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເຂົ້າຮ່ວມກອງປະຊຸມ Rio +20

ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເຂົ້າຮ່ວມກອງປະຊຸມ Rio +20 - ảnh 1

(vovworld) ​ໂດຍ​ຕາງໜ້າ​ໃຫ້​ແກ່​ນາຍົກລັດຖະມົນຕີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ຢູ່​ນະຄອນ Rio De Janeiro ປະ​ເທດ Brazil, ​ແຕ່​ວັນ​ທີ 18 – 25/6. ກອງ​ປະຊຸມ Rio +20 ປີ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຕີ​ລາຄາ ວິວັດທະນາ​ການ 20 ປີ ​ແຫ່ງວັນ​ປະຕິບັດ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ, ຕີ​ລາຄາ​ບັນດາ​ຂໍ້​ຈຳກັດ, ຄວາມ​ຫຍຸ້ງ​ຍາກ, ກຳນົດ​ບັນດາ​ການ​ທ້າ​ທາຍ​ໃໝ່ ​ແລະ ມາດ​ຕະການ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ. ນີກໍ​ແມ່ນ​ກາລະ​ໂອກາດ​ຊ່ວຍ​ເຕົ້າ​ໂຮມ​ບັນດາ​ຄວາມ​ມານະ​ພະຍາຍາມ​ທົ່ວ​ໂລກ, ປັບປຸງ ​ແລະ ​ເພີ່ມ​ທະວີ​ບັນດາ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ, ບັນດາ​ການ​ພົວພັນ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ໃຫ້​ແກ່​ການ​ປະຕິບັດ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ.

 

 

ຂ່າວ/ບົດ​ອື່ນ