ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເຮັດວຽກກັບການນຳແຂວງ Cao Bang

ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເຮັດວຽກກັບການນຳແຂວງ Cao Bang - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan
ເຮັດ​ວຽກັບ​ການ​ນຳ​ຫຼັກ​​ແຫຼ່ງ​ແຂວງ Cao Bang
( ພາບ: btv.org.vn )


( vovworld ) –   ຄື​ດັ່ງ​ທີ່​ພວກ​ເຮົາ​​ໄດ້ໃຫ້​ຂ່າວ​ໄປ​ແລ້ວ, ຕອນ​ຄໍ່າ​ວັນ​ທີ 5/4, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ແລະ ຄະນະ​ປະຕິບັດ​ງານ​ລັດຖະບານ​ໄດ້​ມີ​ການ​ເຮັດ​ວຽກັບ​ການ​ນຳ​ຫຼັກ​​ແຫຼ່ງ​ແຂວງ Cao Bang ​ແລະ  ປັນຍາ​ຊົນ​ໜຸ່ມ 44 ຄົນຂອງ​​ໂຄງການທົດ​ລອງ​ເລືອກ​ເອົາ​ 600 ຄົນ​ເປັນຮອງ​ປະທານ​ຕາ​ແສງ​ຢູ່ 5 ​ເມືອງ​ຂອງ​​ແຂວງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​​ປັນຍາ​ຊົນ​ໜຸ່ມເມື່ອອາສາສະໝັກ ລົງເຮັດວຽກຢູ່ເຂດຫ່າງໄກສອກຫຼິກ, ພ້ອມ​ທັງຊີ້​ແຈ້ງວ່າ​ຮອງ​ປະທານ​ຕາ​ແສງ​ແຕ່ລະ​ຄົນ ຄວນ​ມີ​ສະຕິ​ຕື່ນຕົວ​ໃນ​ການຮໍ່າຮຽນ​ເພື່ອ​ຍົກ​ສູງ​ຄວາມ​ຮູ້ກ່ຽວ​ກັບ​ຂົງ​ເຂດ​ທີ່ຕົນ​ເອງ​ຮັບ​ຜິດ​ຊອບ, ກຳ​ໄດ້​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ແຂວງ​ ​ແລະ ​​ເມືອງເພື່ອໝູນໃຊ້​ເຂົ້າ​ໃນ​ສະພາບ​ຕົວ​ຈິງ​​ໃນ​ທ້ອງ​ຖິ່ນເປັນ​ຢ່າງ​ດີ.

“ ຮອງ​ປະທານ​ຕາ​ແສງ 44 ຄົນ ຕ້ອງ​ມີ​ຫົວຄິດ​ປະດິດ​ສ້າງ. ເພື່ອ​ຊອກ​ຫາ​ວິທີ​ສຳ​ພັດກັບ​ປະຊາຊົນ​ຢູ່​ຕາ​ແສງ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຢູ່​ແຕ່ລະ​ທ້ອງ​ຖິ່ນ, ​ແຕ່ລະ​ເຜົ່າແມ່ນ​ມີວີທີ​ສຳ​ພັດ​ທີ່ແຕກ​ຕ່າງ​ກັນ. ຕ້ອງ​ເຮັດ​ແນວ​ໃດ​​ເພື່ອ​ປຸກລະດົມ​ປະຊາຊົນ​ພ້ອມ​ກັນ​ເຮັດ, ພ້ອມ​ກັນເຂົ້າ​ຮ່ວມ​ກັບ​ເຮົາ​ໃຫ້​ຫຼາຍ​ສຸດ. ນອກຈາກ​ນັ້ນ, ຄວນ​ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ຊອກ​ຫາ​ມາດ​ຕະການແກ້​ໄຂ​ໃຫ້​ແກ່​ໜ້າ​ທີ​ປະຕິບັດ​ງານ​ຂອງ​ຕົນ​ຢູ່​ແຕ່ລະ​ທ້ອງ​ຖິ່ນ ”.

ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ກໍ​ສະ​ເໜີ​ການ​ນຳ​ບັນດາ​ຂັ້ນ​ຄວນ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ເພື່ອ​ໃຫ້​ບັນດາ​ຮອງ​ປະທານ​ຕາ​ແສງ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ