ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຄະນະຜູ້ແທນຂັ້ນສູງ KPL

ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຄະນະຜູ້ແທນຂັ້ນສູງ KPL - ảnh 1
ທ່າ​ນຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສຳນັກ​ຂ່າວສານ​ປະ​ເທດລາວ
ພາບ:TTXVN

(vovworld) - ຕອນ​ບ່າຍ​ວັນ​ທີ 16/11, ທ່າ​ນຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສຳນັກ​ຂ່າວສານ​ປະ​ເທດລາວ (KPL) ​ໂດ​ຍທ່ານ ສູນ​ທອນ ຄັນທະ​ວົງ, ຜູ້​ຮັກສາ​ການ ອຳນວຍ​ການ​ສຳນັກ​ຂ່າວສານ KPL ​ເປັນ​ຫົວຫນ້າ​ຄະນະ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ສະ​ເຫ​ນີ ສຳນັກງານ​ຂ່າວສານ ຫວຽດນາມ ສຳນັກ​ຂ່າວສານ​ປະ​ເທດ​ລາວ ສືບ​ຕໍ່​ຮ່ວມ​ມື​ຮອບດ້ານ ​ແລະ ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ, ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຂ່າວ, ພາບ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ສຶກສາ​ບຳລຸງ​ສ້າງ​ພະນັກງານ, ກໍ່ສ້າງ​ພື້ນຖານ​ດ້ານ​ວັດຖຸ ​ແລະ ​ເຕັກນິກ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ປາດ​ຖະຫນາ​ວ່າ​: ​ໃນ​ໄລຍະ​ຈະ​ມາ​ເຖິງ ສອງ​ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຖະ​ແຫລ​ງຂ່າວ, ​ເພີ່ມ​ທະວີ​ການ​ແນະນຳ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ ຫວຽດນາມ ​ແລະ ລາວ, ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ ​ແລະ ກິລາ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສະພາບ​ການ​ຂອງສອງ​ປະ​​ເທດ ​ກໍ​ຄື​ເຮັດ​ໃຫ້​ໂລກ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ລາວ ​ແລະ ຫວຽດນາມ ກວ່າ.

 

ຂ່າວ/ບົດ​ອື່ນ