ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ພົບປະກັບລັດຖະມົນຕີ ການຕ່າງປະເທດຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ພົບປະກັບລັດຖະມົນຕີ ການຕ່າງປະເທດຍີ່ປຸ່ນ - ảnh 1
( ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc
ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ )


( vovworld ) -   ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ຍີ່ປຸ່ນ​ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 2/7, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ມີ​ການພົບ​ປະ​ກັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Koichiro Gemba, ທີ່​ການ​ພົບ​ປະ, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc  ​ແລະ ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​Gemba ​ໄດ້​ຕີ​ລາຄາ​ສູງ​ການ​ພັດ​ທະນາ​ຢ່າງ​ວ່ອງ​ໄວ, ຮອບດ້ານ​ຂອງ​ການ​ພົວພັນ​ຮ່ວມ​ມື​ຍຸກ​ທະ​ສາດ​ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ທີ່​ຜ່ານ​ມາ. ສອງ​ຝ່າຍ​ເຫັນ​ດີ​ຄວນ​ສືບ​ຕໍ່​ຮັກສາ, ຊຸກຍູ້​ບັນດາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະ​ຂັ້ນ​ສູງ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ບັນດາ​ກົນ​ໄກ​​ເຈລະຈາ​ລະຫວ່າງ​ສອງ​ປະ​ເທດຄື ​ຄະນະ​ກຳມະການ​ຮ່ວມ​ມື​ຫວຽດນາມ - ຍີ່ປຸ່ນ, ​ການເຈລະຈາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ… ທ່າ​ນຮອງ​ນາຍົກລັດຖະມົນ​ຕີ Nguyen Xuan Phuc ​ສະ​ເໜີ​ໃຫ້​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Gemba ​ເອົາ​ໃຈ​ໃສ່​ຊີ້​ນຳ ​ເພື່ອ​​ໃຫ້ສອງ​ຝ່າຍສືບ​ຕໍ່​ສົມທົບ​ກັນ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ງ​ສູງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ບັນດາ​ໂຄງການ​ສຳຄັນ​ຄື​ ກໍ່ສ້າງ​ໂຮງງານ​ໄພ​ຟ້າ​ນິວ​ເຄຼີຍ ນິງທ້ວນ 2, ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ດິນ​ຊະນິດທີ່​ຫາ​ຍາກ​ຂອງ​ຫວຽດນາມ… ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ກໍ​ສະ​ເໜີ​ວ່າ ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ຂອງ​ຊາວ​ໜູ່ມ​​ເຍົາວະ​ຊົນໃນ​ສະພາບ​ທີ່​ສອງ​ປະ​ເທດ​ຈະ​ຈັດ​ຕັ້ງ​ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ