ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢ້ຽມຢາມຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢ້ຽມຢາມຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc
ໄດ້ມີການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາ​ຍົກ​ລັດຖະມົນຕີ​ຍີ່ປຸ່ນ
( ພາບ: tinmoi.vn )


( vovworld ) -   ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ລັດຖະບານ​ຍີ່ປຸ່ນ, ວັນ​ທີ 1/7, ຄະນະ​ຜູ້ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ນຳ​ໜ້າ​​​​ໄດ້ເດີນທາງໄປ​ໂຕ​ກຽວ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່​ປຸ່ນ. ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາ​ຍົກ​ລັດຖະມົນຕີ​ຍີ່ປຸ່ນ Yoshihiko Noda ​ເມື່ອ​ຕອນ​ບ່າຍ​ວັນ​ທີ 1/7, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ລັດຖະບານ​ຍີ່ປຸ່ນ ​​ສະ​ຫງວນທຶນ​ອຸປະຖຳການ​ພັດທະນາທາງ​ການ​ ( ODA ) ​ໃຫ້​ແກ່​ຫວຽດນາມ ​ໃນສົກ​ປີ​ການ​ເງິນ 2011 ຢູ່​​ໃນລະດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຫວຽດນາມ ຈະ​ນຳ​ໃຊ້​ແຫ່ງ​ທຶນ​ໜູນ​ຊ່ວຍ​ຂອງ​ຍີ່​ປຸນ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີຍີ່​ປຸ່ນ Yoshihiko Noda ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສົມ​ທົບ​ກັນ​ຈັດ​ຕັ້ງ​ປີ​​ແຫ່ງ​ຄວາມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ 2013 ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເປັນ​ຢ່າງ​ດີ. ທ່ານ​ນາ​ຍົກ​ລັດຖະມົນຕີ Noda ​ໄດ້​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຫວຽດນາມ ​ໂດຍຜ່ານ​ການ​ສະໜອງ​ທຶນ ODA. ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ Yoshihiko Noda ​ໄດ້​ສະ​ແດງການສະໜັບສະໜູນ​ຕໍ່​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ເສລີພາບ, ຄວາມ​ປອດ​​ໄພ​ໃນ​ການ​ເດີນທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດກັນດ້ວຍ​ສັນຕິ​ວິທີ ບົນ​​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍທະ​ເລ​ເມື່ອ​ປີ 1982 ຂອງ​ສະຫະ​ປະຊາ​ຊາດ.

   ​ແລະ​ກໍ​ໃນ​ວັນ​ດຽວກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ​ແລະ ຜູ້ຕາງໜ້າ​ວົງ​ຄະນະ​ຍາດຊາວ​ຫວຽດນາມ ອາ​ໄສ​ຢູ່ຍີ່ປຸ່ນ.

     ວັນ​ທີ 2/7, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ໄປຢ້ຽມຢາມ​ສຳນັກງານ​ຂອງ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ​ແລະ ​ເຂົ້າຮ່ວມ​ການ​ພົບ​ປະ​ເຈລະຈາ​ຂັ້ນສູງ​ຫວຽດນາມ-​ຍີ່ປຸ່ນ ກ່ຽວ​ກັບ​ການ​ປະຕິ​ຮູບ​ກົດໝາຍ ​ແລະ ຂະ​ແໜງ​ຕຸລາການ. ທີ່​ການ​ຕ້ອນຮັບທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ທ່ານ​ Hideaki Domichi ຮອງ​ປະທານ​ຜູ້​ປະຈຳ JICA ຖື​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດໃນຂົງ​ເຂດ​ກົດໝາຍ ​ແລະ ຕຸລາການ​ມີ​ບົດບາດ​ສຳຄັນ, ສະນັ້ນ, ຝ່າຍ​ຍີ່ປຸ່ນ​ ໄດ້​ຊັບ​ຊ້ອນບັນດາ​ຜູ້​ຊ່ຽວຊານ​ເກັ່ງ​ໃນ​ຂົງ​ເຂດ​ນີ້ ​ເພື່ອ​​ໃຫ້​ເຂົາ​ເຈົ້າ​ສາມາດ​ແລກປ່ຽນ​ບົດຮຽນ​ກັບ​ຝ່າຍ​ຫວຽດນາມ ​ໄດ້. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ສະ​ເໜີ​ໃຫ້​ລັດຖະບານ​ຍີ່ປຸ່ນ ຈົ່ງ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທຶນ ODA ​ໃຫ້​ແກ່​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ເຈລະຈາ​ຂັ້ນສູງ​ຫວຽດນາມ-​ຍີ່ປຸ່ນ ກ່ຽວ​ກັບ​ການ​ປະຕິ​ຮູບ​ກົດໝາຍ ​ແລະ ຂະ​ແໜງ​ຕຸລາການ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ຖື​ວ່າ, ການ​ພົບ​ປະ​ເຈລະຈາ​ຄັ້ງນີ້ ​ແມ່ນ​ການ​ເຄື​ອ່ນ​ໄຫວ​ມີ​ລັກສະນະ​ວິຊາ​ສະ​ເພາະ​ຄັ້ງທຳ​ອິດ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການຂອງ​ຄະນະ​ຜູ້​ແທນ​ລັດຖະບານ​ຂັ້ນສູງ​ຫວຽດນາມ. ຫວຽດນາມ ປາດ​ຖະໜາຢາກ​ຮຳ​ຮຽນ​ເອົາ​ບົດຮຽນ​ຂອງ​ຍີ່ປຸ່ນ ​ໃນ​ວິວັດ​ການ​ສ້າງ​ລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບ.

 

 

ຂ່າວ/ບົດ​ອື່ນ