ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ຕ້ອນຮັບຜູ້ອຳນວຍການກຸ່ມບໍລິສັດ Marubeni, ຍີ່ປຸ່ນ

(VOVWORLD) -  ວັນທີ 24 ມັງກອນ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Kaoru Iwasa, ຜູ້ອຳນວຍການຝ່າຍບໍລິຫານຂັ້ນສູງກຸ່ມບໍລິສັດ Marubeni, ຍີ່ປຸ່ນ.
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ຕ້ອນຮັບຜູ້ອຳນວຍການກຸ່ມບໍລິສັດ Marubeni, ຍີ່ປຸ່ນ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ໃຫ້ຮູ້ວ່າ: ປັດຈຸບັນ, ຍີ່ປຸ່ນໄດ້ກາຍເປັນຄູ່ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນສຳຄັນແຖວໜ້າຂອງ ຫວຽດນາມ. ບັນດາວິສາຫະກິດ ຍີ່ປຸ່ນ ທີ່ມາລົງທຶນຢູ່ ຫວຽດນາມ ມີອິດທິພົນຊື່ສຽງທີ່ສຸດ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ປາດຖະໜາວ່າ: ບັນດາວິສາຫະກິດ ຍີ່ປຸ່ນ ຄືກຸ່ມບໍລິສັດ Marubeni ຈະຍາດແຍ່ງກາລະໂອກາດໃໝ່ຈາກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ບັນດາສັນຍາ FTA ນຳມາໃຫ້ ເພື່ອເພີ່ມທະວີການລົງທຶນ, ເປີດກ້ວາງການຜະລິດດຳເນີນທຸລະກິດ.

        ສ່ວນທ່ານ Kaoru Iwasa, ຜູ້ອຳນວຍການຝ່າຍບໍລິຫານຂັ້ນສູງກຸ່ມບໍລິສັດ Marubeni ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ Marubeni ປາດຖະໜາຢາກສືບຕໍ່ລົງທຶນຍາວນານຢູ່ ຫວຽດນາມ ໃນຫລາຍຂົງເຂດລວມມີ: ການສົ່ງອອກ - ນຳເຂົ້າ, ພັດທະນາແຫຼ່ງໄຟຟ້າ…ກຸ່ມບໍລິສັດ Marubeni ກໍ່ປາດຖະໜາວ່າ ຈະຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ເພື່ອເປີດກ້ວາງການລົງທຶນອອກສູ່ບັນດາຂົງເຂດອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ