ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ເຂົ້າຮ່ວມກອງປະຊຸມຄົບຄະນະຢູ່ເວທີປາໄສເສດຖະກິດທາງທິດຕາເວັນອອກຄັ້ງທີ 5

(VOVWORLD) - ໃນຂອບເຂດເວທີປາໄສເສດຖະກິດທາງທິດຕາເວັນອອກຄັ້ງທີ 5 ທີ່ດຳເນີນຢູ່ນະຄອນ Vladivostok, ສະຫະພັນ ລັດເຊຍ, ຕອນບ່າຍວັນທີ 05 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin.

  ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ທ່ານປະທານາທິບໍດີ Vladimir Putin ໄດ້ເນັ້ນໜັກວ່າ ດ້ວຍຖານະເປັນປະເທດມະຫາອຳນາດຢູ່ພາກພື້ນ ອາຊີ - ເອີຣົບ ລັດເຊຍ ໄດ້ມີຄວາມສົນໃຈເຖິງການພັດທະນາທີ່ຂະຫຍັນຂັນເຄື່ອນຂອງພາກພື້ນ ອາຊີ - ປາຊີຟິກ ແລະ ຍາມໃດກໍ່ພ້ອມແລ້ວທີ່ຈະພົບປະເຈລະຈາຢ່າງມີຄວາມສະເໝີພາບ ບົນພື້ນຖານ 2 ຝ່າຍກັບບັນດາປະເທດ ກໍ່ຄືການຮ່ວມມືຫລາຍຝ່າຍຢູ່ບັນດາເວທີປາໄສຄື: ສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU), ອົງການຮ່ວມມືຊຽງໄຮ້ (SOC), ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC)…

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ B.Titov ຜູ້ຕາງໜ້າທີ່ມີອຳນາດເຕັມຂອງປະທານາທິບໍດີ ລັດເຊຍ ແລະ ທ່ານ Oleg Kozhemiako ຜູ້ວ່າການແຂວງ Primorie.

ຕອບກັບ

ຂ່າວ/ບົດ​ອື່ນ