ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດ ເອກະພາບ ຕັງຊານີ

(VOVWORLD) -   ໂດຍໄດ້ຮັບຄໍາເຊີນຂອງລັດຖະບານ ສາທາລະນະລັດ ເອກະພາບ ຕັງຊານີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຕັງຊານີ ໃນລະຫວ່າງວັນທີ 9 – 12 ກໍລະກົດ.
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດ ເອກະພາບ ຕັງຊານີ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງເຮັດວຽກກັບທ່ານຮອງປະທານພັກປະຕິວັດ ຕັງຊານີ (ພາບ: baoquocte.vn)

 ໃນວັນທີ 10 – 11 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ໄປຢ້ຽມຢາມເຂດເຄິ່ງປົກຄອງດ້ວຍຕົນເອງ Zanzibar, ເຂົ້າຢ້ຽມຂໍ່ານັບທ່ານ Seif Ali Ididi ຮອງປະທານາທິບໍດີເຂດເຄິ່ງປົກຄອງດ້ວຍຕົນເອງ Zanzibar; ເຮັດວຽກກັບທ່ານຮອງປະທານພັກປະຕິວັດ ຕັງຊານີ; ເຂົ້າຮ່ວມ ແລະ ກ່າວຄໍາເຫັນຊີ້ນໍາທີ່ເວທີປາໄສວິສາຫະກິດຫວຽດນາມ - ຕັງຊານີ.

        ທີ່ການພົບປະ ແລະ ເຮັດວຽກຄັ້ງຕ່າງໆ, ສອງຝ່າຍໄດ້ເຫັນດີເພີ່ມທະວີການພົວພັນດ້ານການເມືອງທີ່ສະໜິດແໜ້ນ ຜ່ານການພົວພັນແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ເພີ່ມທະວີການສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ ສປຊ ແລະ ບັນດາເວທີປາໄສສາກົນອື່ນໆ ແລະ ຜ່ານການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດການຄ້າ, ການລົງທຶນ; ເຫັນດີສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຂອງແຕ່ລະປະເທດຮ່ວມມືທໍາມາຫາກິນນໍາກັນ, ມີກົນໄກແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ອາດຈະເກີດຂຶ້ນໃນວິວັດການຮ່ວມມືໄດ້ຢ່າງວ່ອງໄວ.

        ກ່າວຄໍາເຫັນທີ່ເວທີປາໄສ ວິສາຫະກິດຫວຽດນາມ - ຕັງຊານີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນຮ່ວມມືຂອງທັງສອງປະເທດແມ່ນຍັງຫຼາຍຢູ່, ດັ່ງນັ້ນ ວິສາຫະກິດສອງປະເທດຄວນຕັ້ງໜ້າຊອກຮູ້ຕະຫຼາດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງກັນ, ເປີດກວ້າງການລົງທຶນ, ດໍາເນີນທຸລະກິດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ແກ່ສິນຄ້າຂອງ ຕັງຊານີ ເຂົ້າຕະຫຼາດ ອາຊຽນ ແລະ ປາດຖະໜາວ່າ ຕັງຊານີ ຈະສ້າງເງື່ອນໄຂສະດວກໃຫ້ສິນຄ້າຫວຽດນາມ ແຊກຊຶມເຂົ້າຕະຫຼາດ ຕັງຊານີ ແລະ ບັນດາປະເທດ ອາຟະລິກາຕາເວັນອອກ.

        ແລະກໍໃນຂອບເຂດການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກໍໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ແລະ ພົບປະໂອ້ລົມກັບປະຊາຄົມຊາວຫວຽດນາມທີ່ພວມເຮັດວຽກຢູ່ ຕັງຊານີ.


ຕອບກັບ

ຂ່າວ/ບົດ​ອື່ນ