ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ບິງ​ມິງ: ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນບັນ​ດາ​ໂຄງ​ການ​ລົງ​ທຶນ​ພາກ​ລັດ

(VOVWORLD) -ຕອນເຊົ້າວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ໄດ້ເປັນປະທານກອງປະຊຸມກວດກາແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ແຮງການປ່ອຍເງິນລົງທຶນພາກລັດປີ 2021.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ບິງ​ມິງ: ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນບັນ​ດາ​ໂຄງ​ການ​ລົງ​ທຶນ​ພາກ​ລັດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ເປັນປະທານກອງປະຊຸມ

ຕາມການລາຍງານຂອງກະຊວງການເງິນແລ້ວ, ໄລ່ຮອດວັນທີ 30 ພະຈິກ, ທົ່ວປະເທດປ່ອຍເງິນລົງທຶນເກືອບ 295.000 ຕື້ດົ່ງ (ເກືອບ 13 ຕື້ USD), ບັນລຸເກືອບ 64% ຕາມແຜນການລົງທຶນຂອງ ນາຍົກລັດຖະມົນຕີມອບໝາຍໃຫ້, ໃນນັ້ນ ທຶນພາຍໃນປະເທດບັນລຸກ່ວາ 69%, ທຶນຕ່າງປະເທດບັນລຸກ່ວາ 21% ລ້ວນແຕ່ຕ່ຳກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ກ່ຽວກັບສາຍເຫດການປ່ອຍເງິນລົງທຶນຊັກຊ້າ, ການນຳບັນດາກະຊວງ, ອົງການໄດ້ອະທິບາຍວ່າ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ແກ່ຍາວ ເຮັດໃຫ້ຫຼາຍໂຄງການຕ້ອງຢຸດຕິການກໍ່ສ້າງ. ບັນດາໂຄງການທີ່ມີເງິນລົງທຶນຈາກຕ່າງປະເທດ (ODA) ກໍ່ຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ - 19.

ສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊີ້ແຈ້ງວ່າ ບັນດາກະຊວງ, ອົງການຕ້ອງປະຕິບັດຕາມຈິດໃຈການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ ຢ່າງເຂັ້ມງວດ, ດ້ວຍຄວາມຕັດສິນໃຈບັນລຸໄດ້ການປ່ອຍທຶນຢູ່ລະດັບສູງທີ່ສຸດໃນໄລຍະທີ່ຍັງເຫຼືອຂອງປີ 2021, ພ້ອມທັງຮັບປະກັນປະສິດທິຜົນຂອງບັນດາໂຄງການລົງທຶນພາກລັດ.

ຕອບກັບ

ຂ່າວ/ບົດ​ອື່ນ