ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ອວຍພອນວັນວິສາຂະບູຊາ ພສ 2564

(VOVWORLD) - ຕອນເຊົ້າວັນທີ 03 ພຶດສະພາ, ທີ່ວັດ ມິງດ້າວ (ນະຄອນ ໂຮ່ຈີມິນ), ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ໄດ້ລົງຢ້ຽມຢາມ, ອວຍພອນພະມະຫາອາຈານ ທິກທ້ຽນເຍິນ, ປະທານສະພາບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ ເນື່ອງໃນໂອກາດວັນວິສາຂະບູຊາ ພສ 2564.
ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ອວຍພອນວັນວິສາຂະບູຊາ ພສ 2564 - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ອວຍພອນວັນວິສາຂະບູຊາ ພສ 2564 (ພາບ: TTXVN)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໄດ້ສະແດງຄວາມຂອບອົກຂອບໃຈ, ຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງພຸດທະສາສະໜາ ເຊິ່ງຍາມໃດກໍ່ຮ່ວມເດີນທາງກັບປະເທດຊາດ, ພິເສດແມ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄສິດ-19 ໃນໄລຍະຜ່ານມາ.

ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ເຄົາລົບສິດເສລີໃນການເຫລື້ອມໃສ, ສາສະໜາຂອງປະຊາຊົນ, ຮັບປະກັນບັນດາການເຄື່ອນໄຫວສາສະໜາຕາມກົດໝາຍ, ສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ປະຊາຊົນຖືສາສະໜາ ແລະ ຜູ້ມີຍົດຖາບັນດາສັກໃນນັ້ນມີພຸດທະສາສະໜາ ປະຕິບັດຖືສິນ ແລະ ເຮັດລ້ອນໜ້າທີ່ຂອງຕົນຕໍ່ກັບປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ