ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ເຈືອງ​ຮ່​ວາ​ບິ່ງ ເຮັດ​ວຽກ​ຢູ່ແຂວງ​ດົ່ງ​ນາຍ

(VOVWORLD) -ວັນທີ 12 ກໍລະກົດ, ຄະນະປະຕິບັດງານຂອງ ລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ນຳໜ້າໄດ້ດຳເນີນການກວດກາ, ເຮັດວຽກຢູ່ແຂວງດົ່ງນາຍ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ເຈືອງ​ຮ່​ວາ​ບິ່ງ ເຮັດ​ວຽກ​ຢູ່ແຂວງ​ດົ່ງ​ນາຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ລົງກວດກາຢູ່ໂຮງໝໍກາງສະໜາມເລກ 3 ດົ່ງນາຍ
(ພາບ: ກະຊວງສາທາລະນະສຸກ)

ເມື່ອເຮັດວຽກກັບການນຳແຂວງດົ່ງນາຍ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃສ່ໃຈ ແຂວງ ດົ່ງນາຍ ຕ້ອງປະຕິບັດຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ຢ່າງເຂັ້ມງວດ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19. ແຂວງດົ່ງນາຍ ຕ້ອງເອົາໃຈໃສ່ເປັນພິເສດເຖິງການດູແລຊີວິດການເປັນຢູ່ໃຫ້ແກ່ ປະຊາຊົນ, ຊາວຜູ້ອອກແຮງງານ, ຮັບປະກັນໃຫ້ປະຊາຊົນກິນອີ່ນນຸ່ງອູ່ນ. ສຳລັບເຂດຜະລິດ, ຖ້າມີເງື່ອນໄຂຢ່າງຄົບຖ້ວນ ອະນຸຍາດໃຫ້ເຄື່ອນໄຫວ, ຖ້າບໍ່ມີເງື່ອນໄຂຄົບຖ້ວນເດັດຂາດຢຸດຕິການຜະລິດ, ສ້າງເງື່ອນໄຂດີ່ທີ່ສຸດ ເພື່ອໃຫ້ກຳມະກອນກິນນອນໃນໂຮງງານ. ລັດຖະມົນຕີ ຈະຊີ້ນຳກະຊວງສາທາລະນະສຸກ ເພີ່ມທະວີການແຈກຢາຍວັກຊິນໃຫ້ແກ່ ແຂວງດົ່ງນາຍ ເມື່ອມີວັກຊິນຫຼາຍກ່ວາ ໃນເດືອນສິງຫາ ແລະ ເດືອນກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ