ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ເຈື່ອງ​ຮ່​ວາ​ບິ່ງ ໄດ້​ລົງ​ກວດ​ກາວ​ຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ໄຕ​ນິງ

(VOVWORLD) - ວັນທີ 9 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ລົງກວດກາວຽກງານ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ແຂວງ ໄຕນິງ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ເຈື່ອງ​ຮ່​ວາ​ບິ່ງ ໄດ້​ລົງ​ກວດ​ກາວ​ຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ໄຕ​ນິງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ຄະນະປະຕິບັດງານ ໄດ້ລົງກວດກາ ຢູ່ບັນດາດ່ານກວດກາ, ໜ່ວຍງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ຊາຍແດນ, ເຂດດ່ານຊາຍແດນ ມົກບາຍ ແລະ ຊາມາດ ເຊິ່ງຂຶ້ນກັບ 2 ເມືອງ: ເຕິນບຽນ ແລະ ເບັ໊ນເກົ່າ, ແຂວງໄຕນິງ. ຢູ່ບັນດາສະຖານທີ່ລົງຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ລົງຢື້ຢາມຖາມຂ່າວ, ມອບຂວງຂວັນ, ລະດົມກຳລັງໃຈແກ່ບັນດາພະນັກງານ, ນັກຮົບ ຍາມໃດກໍ່ເອົາໃຈໃສ່ປະຕິບັດວຽກງານການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ເຂດຊາຍແດນໃຫ້ເປັນຢ່າງດີ.

     ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ ໄຕນິງ, ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ເນັ້ນໃຫ້ ແຂວງ ໄຕນິງ ຍູ້ແຮງວຽກງານໂຄສະນາເຜີຍແຜ່, ຍົກສູງສະຕິຂອງປະຊາຊົນໃນການປະຕິບັດຂໍ້ກຳນົດປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກ ໃຫ້ເປັນຢ່າງດີ. ທາງແຂວງກໍ່ໄດ້ກະກຽມບັນດາວິທີການແກ້ໄຂ, ກໍລະນີ, ນັບທັງກໍລະນີທີ່ຮ້າຍແຮງທີ່ສຸດ ເພື່ອຮັບມືກັບໂລກລະບາດໂຄວິດ - 19 ຢ່າງຄົບຖ້ວນ.

     ມາຮອດປັດຈຸບັນ, ທາງແຂວງໄຕນິງ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 38 ຄົນ ຊຶ່ງລ້ວນແຕ່ແມ່ນຜູ້ເຂົ້າເມືອງມາຈາກຕ່າງປະເທດທີ່ໄດ້ຮັບການແຍກຕົວຢ່າງທັນການຢູ່ບັນດາດ່ານຊາຍແດນ. ປັດຈຸບັນ, ມີ 26 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ບັນດາກໍລະນີທີ່ຍັງເຫຼືອກໍ່ພວມໄດ້ຮັບການປິ່ນປົວຢ່າງຕັ້ງໜ້າ, ບໍ່ມີກໍລະນີໃດມີອາການຮຸ່ນແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ