ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ເຈລະຈາທາງໂທລະສັບກັບລັດຖະມົນຕີການຕ່າງປະເທດຈີນ

ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ເຈລະຈາທາງໂທລະສັບກັບລັດຖະມົນຕີການຕ່າງປະເທດຈີນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ທັງ​ເປັນ ລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບີ​ງມິນເຈ​ລະ​ຈາ​ທາງ​ໂທລະສັບ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຫວາງ​ອີ       (ພາບ: VGP/Hải Minh)

(vovworld)- ທີ່​ການ​ເຈ​ລະ​ຈາ​ທາງ​ໂທລະສັບ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຫວາງ​ອີ ເມື່ອ​ຕອນ​ບ່າຍ 15/5, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ທັງ​ເປັນ ລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບີ​ງມິນ ອີກ​ເທື່ອ​ໜຶ່ງ​ໄດ້​ສະ​ແດງ​ທັດສະນະ​ເດັດ​ດຽວ ​ແລະ ຮຽກຮ້ອງ​ຈີນ​ຈົ່ງ​ຖອນ​ຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ພ້ອມ​ດ້ວຍ​ບັນດາ​ກຳ​ປັ່ນ​ທີ່​ພວມ​ລ່ວງ​ລ້ຳ ​ເຂດ​ນ່ານທະ​ເລທີ່​ຂຶ້ນ​ກັບ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ​ຫວຽດນາມ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ທັງ​ເປັນ ລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບີ​ງມິນ ​ເນັ້ນ​ໜັກ​ວ່າ ການ​ກະທຳ​ນີ້​ຂອງ​ຈີນ​ໄດ້​ກໍ່​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ປະ​ເທດ ​ແລະ ນ້ຳ​ໃຈຄວາມ​ຮັກ​ແພງ​ລະຫວ່າງ​ປະຊາຊົນ 2 ປະ​ເທດ; ​ໄປ​ຝືນ​ກັບ​ຂໍ​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ແລະ ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ລະຫວ່າງ 2 ປະ​ເທດ​, ລ່ວງ​ລະ​ເມີດ​ກົດໝາຍ​ສາກົນ, ​ໄປ​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຖະ​ແຫຼ​ງການ​ກ່ຽວ​ກັບ​ວິທີ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ DOC . ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ທັງ​ເປັນລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມຝ້າ​ມ ບີ​ງມິນ ຢືນຢັນ​ວ່າ ຫວຽດນາມ​ໄດ້​ລະງັບ​ໃຈ​​ເຖິງ​ລະດັບ​ສູງ​ສຸດ ​ແລະ ສະ​ແດງ​ເຈດ​ຕະນາ​ດີ, ​ໄດ້​ແຕ່ງ​ຕັ້ງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໂຮ່ຊວນ​ເຊີນ​ໄປ​ຍັງ​ປັກ​ກິ​ງ ​ເພື່ອ​ແລກປ່ຽນ​ກັບ​ຈີນ​ຢ່າງ​ກົງ​ໄປ​ກົງ​ມາ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ ຝ້າ​ມບີ​ງມິນ ສະ​ເໜີ​ທາງ​ຝ່າຍ​ຈີນ​ຈົ່ງ​ນຶກ​ຄິດ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ການ​​ໂຕ້​ຕອບ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ບັນດາ​ຄວາມ​ຮຽກຮ້ອງ​ຂອງ​ຫວຽດນາມ.

       ກ່ຽວ​ກັບ​ເລື່ອງ​ໃນ​​ເວລາທີ່​ຜ່ານ​ມາ ​ໄດ້​ປະກົດ​ມີ​ການ​ກະທຳ​ທຳລາຍ​ຮາກຖານການ​ຜະລິດ​ຂອງ​ທັງ​ຫວຽດນາມ ​ແລະ ບັນດາ​ນັກ​ລົງທຶນ​ຕ່າງ​ປະ​ເທດ, ຕ້ານ​ຄືນ​ເຈົ້າ​ໜ້າ​ທີ່ປະຕິບັດ​ລັດຖະການ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ທັງ​ເປັນລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມຝ້າ​ມ ບີ​ງມິນ ຢືນຢັນ​ວ່າ ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ກົດໝາຍ​ຂອງ​ບາງ​ສ່ວນ​ບຸກຄົນ​ສວຍ​ໃຊ້​ສະພາບ​ການ​ເພື່ອ​ກໍ່​ຄວາມ​ວຸ່ນວາຍ, ທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ສະຫງົບ​ປອດ​ໄພ​ສັງຄົມ. ລັດຖະບານ​ຫວຽດນາມ​ໄດ້ ​ແລະ ພວມນຳ​ໃຊ້​ບັນດາ​ມາດ​ຕະການ​ເດັດ​ດຽວ​ສະກັດ​ກັ້ນ ​ແລະ ປັບ​ໄໝ​ລົງ​ໂທດຕາມ​ລະບຽບ​ກົດໝາຍ​ຕໍ່​ບັນດາ​ການ​ກະທຳ​ຍຸຍົງ​ສົ່ງ​ເສີມ, ລະ​ເມີດ​ກົດໝາຍ ​, ພ້ອມ​ກັນ​ນັ້ນ ກໍ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນດາ​ສ່ວນ​ບຸກຄົນ, ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ສຳນັກງານ​ຕ່າງປະ​ເທດ​ປະຈຳ​ຫວຽດນາມ, ຊຶ່ງລວມທັງ​ຊາວ​ຈີນ ​ແລະ ບັນດາ​ວິ​ສາ​ຫະກິດ​ຂອງ​ຈີນ ຖືກຕາມລະບຽບ​ກົດໝາຍ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ