ທ່ານຮອງນາຍົກລັດຖະມົນຕີ ຝ້າມບິນມິນເຈລະຈາກັບ ລັດຖະມົນຕີການຕ່າງປະເທດອົດສະຕາລີ


ທ່ານຮອງນາຍົກລັດຖະມົນຕີ ຝ້າມບິນມິນເຈລະຈາກັບ ລັດຖະມົນຕີການຕ່າງປະເທດອົດສະຕາລີ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ

(vovworld)- ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ໄດ້​ໄປ​ຢ້ຽມ​ຢາມ​ອົດ​ສະ​ຕາ​ລີ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 29/11-1/12. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ຕອນ​ເຊົ້າ​ວັນ​ທີ 30/11, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ໄດ້​ເຈ​ລະ​ຈາ​ກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ອົດ​ສະ​ຕາ​ລີ Julie Bishop. ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ແນ​ໃສ່​ປັບ​ປຸງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ໃນຫຼາຍ​ຂົງ​ເຂດ. ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ອົດ​ສະ​ຕາ​ລີ Julie Bishop ຢືນ​ຢັນ​ວ່າ ອົດ​ສະ​ຕາ​ລີສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ສຸດຍອດ APEC ປີ 2017 ຢ່າງ​ສຳ​ເລັດ​ຜົນ; ສະ​ໜັບ​ສະ​ໜູນ​ອາ​ຊຽນ​ແຫ່ງ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ໃຈ​ກາງ​ໃນ​ໂຄງ​ປະ​ກອບ​ພາກ​ພື້ນ. ອົດ​ສະ​ຕາ​ລີຢືນ​ຢັນ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ບັນ​ຫາ​ທະ​ເລຕາ​ເວັນ​ອອກ, ເຊີດ​ຊູ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ປອດ​ໄພ ແລະ ເສ​ລີ​ພາບ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ບໍ່​ນຳ​ໃຊ້​ອາ​ວຸດຫຼື​ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ.

      ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ອົດ​ສະ​ຕາ​ລີ Julie Bishop ໄດ້​ລົງ​ນາມ​ໃນ​ໂຄງ​ການ​ເຄ​ື່ອນ​ໄຫວ​ຫວຽດ​ນາມ- ອົດ​ສະ​ຕາ​ລີໄລ​ຍະ 2016-2019.
ຂ່າວ/ບົດ​ອື່ນ